ໃນຕອນເຊົ້າ ຂອງວັນທີ 31 ກໍລະກົດ 2025 ນີ້, ທ່ານ ສົມພອນ ສີອຸດົມພັນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໃນນາມຕາງໜ້າໃຫ້ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ລົງມອບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກ ປະເພດເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງໃຊ້ຈຳເປັນຈຳນວນໜຶ່ງ ມອບໃຫ້ອົງການປົກຄອງເມືອງຊຽງເງີນ ແລະ ປະຊາຊົນບັນດາເຜົ່າ ຊາວເມືອງຊຽງເງີນ ແຂວງຫຼວງພະບາງ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 23 ກໍລະກົດ 2025 ທີ່ຜ່ານມານີ້ ລວມມູນຄ່າ 7.000.000 ກວ່າກີບ ແລະ ຕາງໜ້າຮັບເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໂດຍ ທ່ານ ສົມແວວເພັດ ດວງປະສິດ ກຳມະການພັກແຂວງ, ເລຂາພັກເມືອງຊຽງເງີນ ພ້ອມທັງໄດ້ກ່າວວ່າ ຈະລົງຕິດຕາມກວດກາຢ່າງໃກ້ຊິດຕິດແທດ ແລະ ຊຸກຍູ້ ການມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ໃຫ້ເຖິງຄອບຄົວຜູ້ປະສົບໄພພິບັດທາງທຳມະຊາດໃນຄັ້ງນີ້ ຢ່າງທົ່ວເຖິງ.
ມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ເມືອງຊຽງເງິນ ແຂວງຫລວງພະບາງ
