ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2025 ນີ້, ນຳໂດຍທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ, ມີທ່ານ ອຸ່ນ ດວງມະນີ ຮອງປະທານ ຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ສະພາປະຊາຊົນແຂວງຫຼວງພະບາງ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນບັນດາເຜົ່າ ຊາວເມືອງນານ ແຂວງຫຼວງພະບາງ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 23 ກໍລະກົດ 2025 ທີ່ຜ່ານມານີ້; ຕາມການລາຍງານຂອງອົງການປົກຄອງເມືອງນານປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນຄັ້ງນີ້ມີທັງໝົດ 10 ບ້ານ, ລວມມີ 564 ຄອບຄົວ, ມີເຮືອນທີ່ໄດ້ຮັບຜົນເສຍຫາຍໜັກ 247 ຫຼັງຄາເຮືອນ, ເຮືອນໄຫຼໄປກັບສາຍນໍ້າ ຈໍານວນ 4 ຫຼັງຄາເຮືອນ, ເຊິ່ງໃນນັ້ນ ບ້ານທີ່ໄດ້ຮັບຜົນກະທົບໝັກກວ່າໝູ່ແມ່ນບ້ານນາຝາຍ ແລະ ບ້ານສີບຸນເຮືອງ, ນອກຈາກນີ້ ຍັງມີດອກໄຟເຍືອງທາງໂຊລາເຊວທີ່ໄດ້ຮັບຄວາມເປເພ, ເສົາໄຟຟ້າລົ້ມ ຈໍານວນ 5 ຕົ້ນ ແລະ ລະບົບທໍ່ສົ່ງນໍ້າປະປາ ໄດ້ຮັບຜົນເສຍຫາຍ ເຮັດໃຫ້ບໍ່ສາມາດສະໜອງໃຫ້ແກ່ ບ້ານນາຝາຍ ແລະ ບ້ານສີບຸນເຮືອງໄດ້; ຜ່ານການເກັບກໍາສັງລວມຂໍ້ມູນ ແລະ ປະເມີນຜົນຄວາມເສຍຫາຍເບື້ອງຕົ້ນ ປະມານ 8.769.478.000 ກີບ. ຕໍ່ກັບສະພາບການດັ່ງກ່າວ ທ່ານ ສີວອນ ວົງຄໍາຈັນ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ກັບອົງການປົກຄອງເມືອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ໄດ້ຮັບຜົນທົບຈາກໄພທໍາມະຊາດໃນຄັ້ງນີ້ ແລະ ໃນນາມຕາງໜ້າໃຫ້ແກ່ ສະພາປະຊາຊົນແຂວງ ທ່ານຍັງໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຮົ່ມ ແລະ ວັດຖຸປັດໃຈ ໃຫ້ແກ່ອົງການປົກຄອງເມືອງນານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບໜັກ ລວມມູນຄ່າທັງໝົດ 20,000,000 ກີບ ແລະ ຕາງໜ້າຮັບເອົາວັດຖຸປັດໃຈດັ່ງກ່າວ ໂດຍທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງ-ເມືອງນານ. ນອກຈາກນີ້ ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈໍາ ສະພາປະຊາຊົນແຂວງ, ປະທານ ຄະນະກໍາມະການ ວັດຖະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນານ ຍັງໄດ້ປະກອບສ່ວນມອບເງິນຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພຄັ້ງນີ້ ມູນຄ່າ 1.000.000 ກີບ.