loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ຫຼວງນ້ຳທາ

ກ.ຍ. 19, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 18 ກັນຍາ 2024 ທ່ານ ພົຕ. ປອ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ນຳເຄື່ອງຊ່ວຍເຫຼືອໄປມອບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ ເຊິ່ງປະກອບມີເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ເຄື່ອງໃຊ້ສອຍຕ່າງໆທີ່ຈຳເປັນ ລວມມູນຄ່າ 1,751,500,000 ກີບ ຕາງໜ້າຮັບໂດຍທ່ານ ຄຳຟອງ ອິນມານີ ປະທານສະພາປະຊາຊົນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ວັນດຽວກັນ, ທ່ານ ພົຕ. ປອ. ວົງສັກ ພັນທະວົງ ແລະ ທ່ານ ຄໍາຟອງ ອິນມານີ ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກອຸທົກກະໄພຢູ່ 4 ບ້ານຂອງເມືອງຫຼວງນ້ຳທາ ຄື: ວຽງໃຕ້ ມີປະຊາຊົນ ແລະ ຄອບຄວາມທີ່ໄດ້ຮັບຜົນກະທົບ 149 ຫຼັງຄາເຮືອນ, ວຽງເໜືອ 291 ຫຼັງຄາເຮືອນ, ດອນສຳພັນ 206 ຫຼັງຄາເຮືອນ ແລະ ໂພນໄຊ 50 ຫຼັງຄາເຮືອນ; ທັງນີ້, ກໍເພື່ອເປັນຂວັນ ແລະ ກໍາລັງໃຈ ພ້ອມທັງບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຫຼາຍບ້ານທີ່ປະ ສົບໄພໄດ້ຮັບຜົນເສຍຫາຍໃນຄັ້ງນີ້ ໃຫ້ທົ່ວເຖິງ.
(ນາງ ກຸກກິກ ບຸດດາໄຊ)