
ໃນລະຫວ່າງວັນທີ 13-17 ມີນາ 2023 ທ່ານ ທອງຄານ ວັດສະດາກອນ ຄະນະປະຈໍາ-ປະທານຄະນະກໍາມະການ ຍຸຕິທຳ ແລະ ປກຊ-ປກສ, ສະມາຊິກສະພາແຂວງປະຈໍາເຂດເລືອກຕັ້ງເມືອງຮຸນ, ພ້ອມດ້ວຍທ່ານ ໄລພອນ ລິດຕະວົງ ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຮຸນ, ໄດ້ລົງຜັນຂະ ຫຍາຍເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທືອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຮຸນ, ລວມມີ 10 ຈຸດ, 9 ບ້ານຄື: ບ້ານນາໂຮມ, ບ້ານພູຕູມ, ບ້ານພູລອດ, ບ້ານພູແຊ, ບ້ານຕາງໂລນ, ບ້ານຕາງຢາ, ບ້ານລ້ອງຄູ, ບ້ານດູ, ບ້ານນໍ້າພັກ ແລະ ສະໂມສອນເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງ, 2 ກໍາລັງ ປກຊ-ປກສ, ນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮັບຟັງທັງໝົດ 769 ຄົນ, ຍີງ 230 ຄົນ.



ພິທີ, ບັນດາທ່ານນາຍບ້ານໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ຈຸດພິເສດ, ລາຍຮັບຂອງບ້ານ ແລະ ຫາອື່ນໆພາຍໃນບ້ານ, ພ້ອມທັງໄດ້ມີຄໍາຄິດເຫັນ ແລະ ຄໍາສະເໜີຕໍ່ທາງສະມາຊິກສະພາປະຊາຊົນແຂວງ. ຫລັງຈາກນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ພັດປ່ຽນກັນນໍາເອົາເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຂອງສະພາສະພາປະຊາຊົນແຂວງ ຊຸດທີ II ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຟັງ, ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ວ່າ 2 ກອງປະຊຸມດັ່ງກ່າວໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຫຍັງແດ່.


ພ້ອມນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ຊີ້ແຈງຕໍ່ກັບບັນດາຄໍາສະເໜີຂອງປະຊາຊົນ, ເຊິ່ງສ່ວນຫຼາຍແມ່ນບັນຫາການກໍ່ສ້າງໂຄງລ່າງພື້ນຖານເປັນຕົ້ນ: ໂຮງຮຽນ, ນ້ຳລີນ, ການຍົກລະດັບເສັ້ນທາງ, ຂໍ້ຂັດແຍ່ງຊາຍແດນລະຫ່ວາງບ້ານກັບບ້ານ, ຂໍທືນລ້ຽງສັດໃຫຍ່, ຊົນລະປະທານ, ເພີ່ມເສົ້າໄຟຟ້າຕໍ່ໄຟເຂົ້າເຮືອນ, ໂຕເລກລັດຖະກອນຄູ, ໂທລະໂຄງ, ສັນຍານໂທລະສັບ ແລະ ສ້າງສະໂມສອນບ້ານ, ຊື່ງຄໍາສະເໜີດັ່ງກ່າວທາງຄະນະພັກ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ກໍ່ໄດ້ໃຫ້ຄໍາຕອບກັບທີ່ ແລະ ໄດ້ຮັບປາກປະຊາຊົນ ເພື່ອຈະນໍາໄປສະເໜີຫ້ອງການທີ່ກ່ຽວຂ້ອງລົງໄປຊີ້ແຈງຕາມທີ່ຫຼັງ ແລະ ບາງຄໍາສະເໜີເຖິ່ງຂັ້ນສູນກາງ ແລະ ແຂວງ ແມ່ນຈະໄດ້ສັງລວມ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າ, ແກ້ໄຂຕາມລະບຽບການ.

ຂ່າວ: ແສງພອນ ອິນນະລົງ.