(ສພຊ) – ວັນທີ 17 ກັນຍາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ, ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ເຂົ້າຮ່ວມກອງປະຊຸມພົບປະປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ອາຊຽນ ຄັ້ງທີ 4 (THE 4th AIPA-ASEAN HEARING) ພາຍໃຕ້ຫົວຂໍ້ “ການສ້າງອະນາຄົດແບບກວມລວມ ແລະ ຍືນຍົງ” (Forging the Inclusive and Sustainable Future) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ໂດຍການເປັນປະທານຮ່ວມຂອງທ່ານ ຊະຢາຫ໌ເຣດຊານ ບິນ ໂຈຮັນ (Syahredzan bin Johan) ສະມາຊິກສະພາຜູ້ແທນລາສະດອນມາເລເຊຍ, ທ່ານ ນາງ ສິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມານ (Ar. Siti Rozaimeriyanty Dato Haji Abdul Rahman) ເລຂາທິການໃຫຍ່ໄອປາ ແລະ ທ່ານ ນາຣາຣ໌ຢາ ໂຊເອປຣັບໂຕ (Nararya SOEPRAPTO) ຮອງເລຂາທິການໃຫຍ່ອາຊຽນ ເຊິ່ງມີຄະນະຜູ້ແທນລັດຖະສະພາ ຈາກ 9 ປະເທດສະມາຊິກໄອປາ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ອິນໂດເນເຊຍ, ສປປລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ມາເລເຊຍ (ເຈົ້າພາບ).

ກອງປະຊຸມໃນຄັ້ງນີ້ ໄດ້ຢືນຢັນຄືນຄຳໝັ້ນສັນຍາຂອງໄອປາ ໃນການຊຸກຍູ້ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ເນັ້ນໜັກວ່າ ການມີສ່ວນຮ່ວມຂອງລັດຖະສະພາ ແມ່ນມີຄວາມສຳຄັນ ເພື່ອຮັບປະກັນບັນດາບຸລິມະສິດຂອງອາຊຽນ ໄດ້ຫັນເປັນນະໂຍບາຍລວມ ແລະ ສາມາດປະຕິບັດໄດ້ໃນອາຊຽນ ໂດຍຊຸກຍູ້ສົ່ງເສີມໃຫ້ແມ່ຍິງ, ໄວໜຸ່ມ ແລະ ກຸ່ມຄົນດ້ອຍໂອກາດ ໄດ້ມີສ່ວນຮ່ວມເພື່ອສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ ແລະ ມີປະຊາຊົນເປັນໃຈກາງ ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນຂອງການເຊື່ອມໂຍງເຂົ້າກັນຢ່າງໃກ້ຊິດ ລະຫວ່າງໄອປາ ແລະ ອາຊຽນ ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືໃນການຫັນເປັນດິຈິຕອນ, ພະລັງງານທົດແທນ, ເສດຖະກິດສີຂຽວ, ສີຟ້າ ແລະ ເສດຖະກິດໝຸນວຽນ, ສ້າງຄວາມເຂັ້ມແຂງຕໍ່ການຮັບມືກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານອາຫານ ແລະ ພະລັງງານ; ນອກຈາກນັ້ນ, ກອງປະຊຸມຍັງໄດ້ເນັ້ນໜັກເຖິງການທູດລັດຖະສະພາ, ການຕິດຕາມກວດກາດ້ານນິຕິບັນຍັດ ແລະ ການປົກຄອງທີ່ດີ ເພື່ອໃຫ້ຄໍາໝັ້ນສັນຍາ ແລະ ແຜນງານຕ່າງໆຂອງອາຊຽນ ເຂົ້າໃນນະໂຍບາຍ ແລະ ແຜນຍຸດທະສາດຂອງຊາດ, ຮັບປະກັນໃຫ້ວິໄສທັດຮ່ວມກັນຂອງອາຊຽນ ມີອະນາຄົດທີ່ກວມລວມ ແລະ ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.
ໃນກອງປະຊຸມ, ຄະນະຜູ້ແທນລາວ ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ໂດຍໄດ້ເນັ້ນຄືນເຖິງຄວາມມຸ່ງໝັ້ນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດສີຂຽວ ແລະ ການຫັນເປັນດິຈິຕອນ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນໃນພາກພື້ນ, ສົ່ງເສີມມາດຕະການກ່ຽວກັບພະລັງງານທົດແທນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ, ເສີມຂະຫຍາຍການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ແມ່ຍິງ ໃນທຸກຂົງເຂດວຽກງານ ແລະ ມີບົດບາດຢ່າງຕັ້ງໜ້າໃນການສົ່ງເສີມຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການບັນລຸວິໄສທັດປະຊາຄົມອາຊຽນ ປີ 2045.