(ສພຊ) – ຕອນບ່າຍວັນທີ 24 ເມສາ 2025 ທີ່ສະພາແຫ່ງຊາດ, ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ, ຮອງປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ຊາຊາກິ ທາໂຣະ (SASAKI Taro) ເລຂາທິການສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ເພື່ອແລກປ່ຽນຄໍາຄິດເຫັນໃນການເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ກໍຄືການກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ທີ່ມີການເຕີບໃຫຍ່ຂະຫຍາຍຕົວທັງໃນສາຍສະພາ, ສາຍລັດຖະບານ ແລະ ການທູດປະຊາຊົນ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເປັນປົກກະຕິ, ບັນດາໂຄງການຊ່ວຍເຫຼືອ-ຮ່ວມມືຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຄວາມຄືບໜ້າເປັນກ້າວໆ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາຍີ່ປຸ່ນ ກໍຄືລະຫວ່າງສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ທັງແບບເຊິ່ງໜ້າ ແລະ ທາງໄກ. ນອກຈາກນີ້, ຝ່າຍຍີ່ປຸ່ນ ຍັງແຈ້ງໃຫ້ຊາບກ່ຽວກັບການສ້າງຕັ້ງໂຮງຮຽນ ຫຼື ສະຖາບັນການສຶກສາຂອງຍີ່ປຸ່ນຢູ່ລາວ ແນໃສ່ພັດທະນາຊັບພະຍາກອນມະນຸດ ແລະ ຊ່ວຍພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໂດຍການກໍ່ສ້າງນັກວິຊາການ, ເຕັກນິກ ແລະ ພາສາຍີ່ປຸ່ນ; ສົ່ງເສີມການແລກປ່ຽນວັດທະນະທໍາ, ສົ່ງເສີມການຮ່ວມມືທາງດ້ານທຸລະກິດລະຫວ່າງບໍລິສັດຍີ່ປຸ່ນ ກັບ ບໍລິສັດລາວ ແລະ ອື່ນໆ.
ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການເຊື້ອເຊີນຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄປຢ້ຽມຢາມປະເທດຍີ່ປຸ່ນ ພາຍຫຼັງການເລືອກຕັ້ງສະພາສູງ ຫຼື ເດືອນກໍລະກົດນີ້.