
ໃນລະຫວ່າງວັນທີ 2-4 ກັນຍາ 2025, ທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ໄລພອນ ລິດຕະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຮຸນ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບັນດາບ້ານຂອງເມືອງຮຸນໄດ້ 6 ບ້ານຄື: ບ້ານສົມພອນ, ບ້ານນາ, ບ້ານນາຄໍາ, ບ້ານສົມໄຊ, ບ້ານນາທອງ ແລະ ບ້ານຈັນໄຕ ມີເລຂາພັກບ້ານ, ນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງທັງໝົດ 520 ຄົນ, ຍິງ 255 ຄົນ.


ພິທີໄດ້ນໍາເອົາບັນດາເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX, ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ບັນດາມະຕິຕ່າງໆ. ຜ່ານການເຜີຍແຜ່ບັນດາເນື້ອໃນຕ່າງໆ ເຫັນວ່າປະຊາຊົນມີຄວາມສົນໃຈຕໍ່ເນື້ອໃນທີ່ໄດ້ນໍາສະເໜີໃນຄັ້ງນີ້ແລະ ໄດ້ສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ປະຊາຊົນໄດ້ດີພໍສົມຄວນ. ພ້ອມນັ້ນ, ໄດ້ຮັບຟັງຄໍາສະເໜີຈາກອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນຕິດພັນກັບການພັດທະນາພື້ນຖານໂຄງລ່າງ ແລະ ບັນຫາອື່ນໆ.

ບັນດາຄໍາສະເໜີ ສ່ວນຫຼາຍແມ່ນຕິດພັນກັບຂອບເຂດຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ເຊິ່ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ກໍ່ໄດ້ຊີ້ແຈງກັບທີ່ຕໍ່ກັບຄໍາສະເໜີຂອງປະຊາຊົນກັບທີ່ ແລະ ຍັງມີບາງຄໍາສະເໜີ ທີ່ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລື່ອກເມືອງ ຈະສືບຕໍ່ຊຸກຍູ້ ແລະ ປະສານສົມທົບກັບບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ພະແນການ, ອົງການ ໃນຄົ້ນຄວ້າພິຈາລະນາແກ້ໄຂຕາມຂອບເຂດສິດ ແລະ ໜ້າທີ່.

ພາບ/ຂ່າວ: ສະພາປະຊາຊົນແຂວງ.