
ໃນລະຫວ່າງວັນທີ 1-3 ກັນຍາ 2025, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ນ. ບົວພອນ ແກ້ວມະນີ, ທ່ານ ພັທ ເພັດສະຫວັນ ໄຊອຸ່ນຄໍາ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບັນດາບ້ານຂອງເມືອງນາໝໍ້ໄດ້ 6 ບ້ານຄື: ບ້ານນາໝໍ້ໃຕ້, ບ້ານນາໝໍ້ເໜືອ, ບ້ານເລົ່າ, ບ້ານປາງເດື່ອ, ບ້ານນໍ້າແພງ ແລະ ບ້ານນາໂຮມ, ມີເລຂາພັກບ້ານ, ນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງທັງໝົດ 486 ຄົນ, ຍິງ 152 ຄົນ.


ພິທີໄດ້ນໍາເອົາບັນດາເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX, ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ບັນດາມະຕິຕ່າງໆ ແລະ ຜົນສໍາເລັດກອງປະຊຸມໃຫຍ່ ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ X. ຜ່ານການເຜີຍແຜ່ບັນດາເນື້ອໃນຕ່າງໆ ເຫັນວ່າປະຊາຊົນມີຄວາມສົນໃຈຕໍ່ເນື້ອໃນທີ່ໄດ້ນໍາສະເໜີໃນຄັ້ງນີີ້ ແລະ ໄດ້ສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ປະຊາຊົນໄດ້ດີພໍສົມຄວນ. ພ້ອມນັ້ນ, ໄດ້ຮັບຟັງຄໍາສະເໜີຈາກອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນຕິດພັນກັບການພັດທະນາພື້ນຖານໂຄງລ່າງເປັນຕົ້ນ: ການກໍ່ສ້າງປັບປຸງສ້ອມແປງເສັ້ນທາງ, ນ້ຳລິນ, ໄຟຟ້າ, ຫ້ອງການບ້ານ, ການແກ້ໄຂຄວາມທຸກຍາກ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ, ລາຄາສິນຄ້າແພງ, ແລະ ອື່ນໆ.


ພາບ/ຂ່າວ: ສະພາປະຊາຊົນແຂວງ.