
ຕອນເຊົ້າຂອງວັນຈັນ, ວັນທີ 28 ສິງຫາ 2023 ທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງແບງ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ທີ່ສະໂມສອນເມືອງແບງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ບັນດາວິສະຫະກິດເຂົ້າຮ່ວມທັງໝົດ 113 ທ່ານ, ຍິງ 27 ທ່ານ.


ໃນພິທີ, ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງເມືອງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ຫຼັງຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງແບງ ໄດ້ພັດປ່ຽນກັນເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຂອງສະພາສະພາປະຊາຊົນແຂວງ ຊຸດທີ II ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈວ່າ 2 ກອງປະຊຸມດັ່ງກ່າວໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຂອງແຂວງແນວໃດ ແລະ ບັນຫາສໍາຄັນອື່ນໆ.

ພ້ອມນັ້ນ, ໃນພິທີໄດ້ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງບັນດາທ່ານທີ່ເຂົ້າຮ່ວມ, ຕໍ່ກັບບັນຫາຄໍາສະເໜີເຫຼົ່ານັ້ນ ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໄດຊີ້ແຈງກັບທີ່ແລ້ວ, ສ່ວນບາງບັນຫາທີ່ບໍ່ທັນກະຈ່າງແຈ້ງແມ່ນຈະໄດ້ນໍາໄປຄົ້ນຄວ້າ ໃນກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ແລະ ສົ່ງໃຫ້ພະແນກການ, ອົງການທີ່ກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂ ຕາມພາລະບົດບາດ.


ຂ່າວ: ສະພາປະຊາຊົນແຂວງ.