


ໃນລະຫວ່າງວັນທີ 26-27 ແລະ 30 ກັນຍາ 2022 ນີ້, ທ່ານ ນາງ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ທອງຄໍາ ສີຫາລາດ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ, ໄດ້ສໍາເລັດການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II ຢູ່ສະໂມສອນເມືອງໄຊ ແລະ 5 ບ້ານຄື: ບ້ານ ພູສະຫວັນ, ກີວເຮ້ຍ, ນາຊາຍທອງ, ມົກກົກ ແລະ ບ້ານຈອມຈັງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, 2 ກໍາລັງ ປກຊ-ປກສ, ເລຂາພັກບ້ານ-ນາຍບ້ານ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມທັງ ໝົດ 351 ທ່ານ, ຍິງ 133 ທ່ານ.


ໃນພິທີໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຂອງອົງການປົກຄອງເມືອງໄຊ ແລະ ຂອງແຕ່ລະບ້ານ. ຫຼັງຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 03 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II. ໂອກາດດັ່ງກ່າວ ກໍ່ໄດ້ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງພະນັກງານຫຼັກແຫຼງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ນປະຊາຊົນບັນດາເຜົ່າ, ໃນການພັດທະນາໂຄງລ່າງພື້ນຖານ, ບັນຫາຄ່າຄອງຊີບໃນປັດຈຸບັນ, ບັນຫານໍ້າມັນເຊື້ອໄຟແພງ ແລະ ອື່ນໆ.


ຕໍ່ກັບຄໍາຄິດເຫັນ ແລະ ຄໍາສະເໜີດັ່ງກ່າວນັ້ນ ທາງ ສສຊ-ສສຂ ໄດ້ຊີ້ແຈງກັບທີ່ແລ້ວ ແລະ ບາງບັນຫາຈະໄດ້ສັງລວມເພື່ອນໍາໄປສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ໃຫ້ທາງຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າປຶກສາຫາລື ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ ຕາມພາລະບົດບາດ.

ພ້ອມດຽວກັນນັ້ນ, ທ່ານ ນາງ ຄໍາພອນ ພິມມະຈັນ ຮອງປະທານ ສພຂ, ສະມາຊິກສະພາແຫ່ງປະຈໍາເຂດເລືອກຕັ້ງທີ 04 ຍັງໄດ້ຕາງໜ້າຄະນະປະຈໍາ ສພຂ ມອບເຂົ້າສານ, ເຄື່ອງນຸ່ງຫົມ, ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ ລວມມູນຄ່າ 5.816.000 ກີບ ໃຫ້ທາງຄະນະຄຸມຄອງໄພພິບັດຂັ້ນເມືອງ ເພື່ອນໍາໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງໄຊ ຕື່ມອີກ.

ພາບ/ຂ່າວ: ແສງພອນ ອິິນນະລົງ.