
ວັນທີ 21-23 ກັນຍາ 2022 ນີ້, ທ່ານ ຄໍາມະນີ ໄຊດວງຕາ ຄະນະປະຈໍາ-ປະທານຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສພຂ ແລະ ທ່ານ ພັທ ຫົງທອງ ໂຍມມະນີ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງງາ, ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II ຢູ່ສະໂມສອນເມືອງງາ ແລະ 5 ບ້ານ, ມີບັນດາທ່ານຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, 2 ກໍາລັງ ປກຊ-ປກສ, ລັດວິສາຫະກິດ, ເລຂາພັກບ້ານ-ນາຍບ້ານ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມທັງໝົດ 613 ທ່ານ, ຍິງ 348 ທ່ານ.


ພິທີໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຂອງເມືອງງາ ແລະ ຂອງແຕ່ລະບ້ານ. ຫຼັງຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 03 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II. ໂອກາດດັ່ງກ່າວ ກໍ່ໄດ້ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງພະນັກງານຫຼັກແຫຼງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ນປະຊາຊົນບັນດາເຜົ່າ. ຕໍ່ກັບຄໍາຄິດເຫັນ ແລະ ຄໍາສະເໜີດັ່ງກ່າວນັ້ນ ທາງ ສສຊ-ສສຂ ໄດ້ຊີ້ແຈງກັບທີ່ແລ້ວ ແລະ ບາງບັນຫາຈະໄດ້ນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ໃຫ້ທາງຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າປຶກສາຫາລື ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄ້ວາ, ພິຈາລະນາແກ້ໄຂ ຕາມພາລະບົດບາດ.



ຈຸດປະສົງຂອງການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້ ເພື່ອໃຫ້ພະນັກງານ-ລັດຖະກອນ, ທະ ຫານ-ຕໍາຫຼວດ, ອຳນາດການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບເນື້ອໃນທີ່ໄດ້ນໍາເຂົ້າຜ່ານກອງປະຊຸມ, ແນວທາງນະໂຍບາຍຂອງພັກເວົ້າລວມ, ເວົ້າສະເພາະກໍ່ຄືວຽກງານຂອງສະພາແຫ່ງຊາດ ແລະ ຂອງສະພາປະຊາຊົນຂັ້ນແຂວງ ທັງເປັນການເກັບກຳສະພາບການ, ຄໍາຄິດເຫັນ, ຄໍາສະເໜີ, ບັນຫາຂັດຂ້ອງໝອງໃຈຕ່າງໆຂອງປະຊາຊົນ ແລະ ເພື່ອຮ່ວມກັນຊອກຫາວິທີແກ້ໄຂໃນຕໍ່ໜ້າໃຫ້ບັນລຸຜົນສຳເລັດ.

ຂ່າວ: ແສງພອນ ອິິນນະລົງ.