(ສພຊ) – ວັນທີ 20-21 ສິງຫານີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ແລະ ຄະ ນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ໂຄງການພັດທະນາທີ່ສົ່ງຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງຄຳມ່ວນ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບເຮັດວຽກກັບທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເຈົ້າແຂວງຄຳມ່ວນ ເພື່ອສະເໜີຈຸດປະສົງໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມຢູ່ແຂວງຄຳມ່ວນ.
ໃນການເຄື່ອນໄຫວວຽກງານ, ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຂອງເມືອງຫີນບູນ ຈາກທ່ານ ຄຳສິງ ອໍລະວັນ ເລຂາພັກເມືອງ ເຊິ່ງໃຫ້ຮູ້ວ່າ: ເມືອງຫີນບູນ ມີບໍລິສັດທີ່ເຄື່ອນໄຫວຂຸດຄົ້ນແຮ່ທາດຢູ່ເຂດບໍ່ກົ່ວໂພນຕິ້ວ ທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ບ້ານນານ້ອຍ ແລະ ບ້ານນາຄໍາ: ບ້ານນານ້ອຍ ກະທົບຕໍ່ເນື້ອທີ່ນາ 58.76 ເຮັກຕາ ຂອງ 35 ຄອບຄົວ, ຜົນເສຍຫາຍ 1.02 ຕື້ກວ່າກີບ, ຫັກໄພພິບັດທຳມະຊາດ 30% ເປັນເງິນ 308 ລ້ານກວ່າກີບ ຍັງເຫຼືອເງິນທີ່ບັນດາບໍລິສັດຈະຕ້ອງຊົດເຊີຍ 720 ລ້ານກວ່າກີບ; ບ້ານນາຄໍາ ກະທົບຕໍ່ເນື້ອທີ່ນາ 27.66 ເຮັກຕາ ຂອງ 47 ຄອບຄົວ, ຜົນເສຍຫາຍ 1.6 ຕື້ກວ່າກີບ, ຫັກໄພພິບັດທຳມະຊາດ 30% ເປັນເງິນ 481 ລ້ານກວ່າກີບ ຍັງເຫຼືອເງິນທີ່ບັນດາບໍລິສັດຈະຕ້ອງຊົດເຊີຍ 1.1 ຕື້ກວ່າກີບ. ພ້ອມກັນນັ້ນ, ກໍໄດ້ຮັບຟັງການຊີ້ແຈງຈາກພະແນກການຂອງແຂວງຄື: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຫີນບູນ ເຊິ່ງສາມາດຮັບຮູ້ໄດ້ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນໃນການຈັດຕັ້ງປະຕິບັດບັນດາໂຄງການຂຸດຄົ້ນແຮ່ທາດ ທີ່ມີຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມຢູ່ເມືອງຫີນບູນໃນໄລຍະຜ່ານມາ; ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນ.
ນອກນັ້ນ, ຍັງໄດ້ຕິດຕາມສະຖານທີ່ຕົວຈິງທີ່ໄດ້ຮັບຜົນກະທົບຈາກບັນດາໂຄງການຢູ່ບ້ານນາຄຳ ແລະ ບ້ານບໍ່ແໜ່ງ ເມືອງຫີນບູນ, ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ ທີ່ບ້ານດົງໃຕ້ ເມືອງທ່າແຂກ.
(ນາງ ອາລິນ ສຸພິມມະປະດິດ)