(ສພຊ) – ຕອນບ່າຍວັນສຸກທີ 6 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີມອບ-ຮັບເງິນ 50 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານລວມຂອງ ສພຊ, ຕາງໜ້າມອບໂດຍທ່ານ ນາງ ເພັດສະໝອນ ແສງຈັນ ຮອງຫົວໜ້າຫ້ອງການທະນາຄານແຫ່ງ ສປປລາວ ແລະ ຮັບໂດຍທ່ານ ນາງ ເຂັມພອນ ພຸດທະພັນ ຮອງຫົວໜ້າກົມການເງິນ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດດັ່ງກ່າວ, ທ່ານ ນາງ ເຂັມພອນ ພຸດທະພັນ ໄດ້ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ທະນາຄານແຫ່ງ ສປປລາວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້ ເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີຢ່າງສົມກຽດ.


