loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີ ຮັບສະມາຊິກພັກສໍາຮອງຂຶ້ນພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ.

​ກ.ກ. 12, 2023 | ເຂດ 12 ຄຳມ່ວນ

ວັນທີ 12 ກໍລະກົດ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດພິທີ ຮັບສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ໂດຍການເປັນປະທານຂອງສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.

ໃນພິທີສະຫາຍບຸນສະຫວ່າງ ສີສຸຂະລາດ ຄະນະໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການອະນຸມັດ ສະມາຊິກພັກສຳຮອງ ຂື້ນເປັນສະມາຊິກພັກສົມບູນ ໂດຍອີງຕາມກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະໄໝ ທີ XI ໜວດທີ I ມາດຕາທີ 2 ຂໍ້ ວ່າດ້ວຍການພິຈາລະນາເລື່ອນສະມາຊິກພັກ ສຳຮອງຂື້ນເປັນສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 4 ສະຫາຍ.

ທ່ານ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສພຂ, ມອບມະຕິຕົກລົງວ່າດ້ວຍ ການນຸມັດເຂົ້າເປັນສະມາຊິກພັກສົມບູນ.

ທ່ານ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສພຂ, ມອບມະຕິຕົກລົງວ່າດ້ວຍ ການນຸມັດເຂົ້າເປັນສະມາຊິກພັກສຳຮອງ.

 

   ຈາກນັ້ນ, ໃນຕອນທ້າຍຂອງພິທີ ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນໄດ້ໃຫ້ກຽດໂອ້ລົມກ່ອນອຶ່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກສົມບູນ ທີ່ໄດ້ຕິດຕາມມະຫາຊົນກ້າວໜ້າ, ສະມາຊິກພັກສໍາຮອງ ຈົນສາມາດຂະຫຍາຍເຂົ້າພັກໄດ້ຕາມກົດລະບຽບຂອງພັກ ແລະ ຍ້ອງຍໍສັນລະເສີນສະມາຊິກພັກສໍາຮອງ ທີ່ໄດ້ບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ໃນການປະຕິບັດໜ້າທີ່ການເມືອງຕາມຄວາມຮັບຜິດຊອບຕາມການມອບໝາຍ ແລະ ສ້າງຕົນເອງໄດ້ກ້າວເຂົ້າເປັນສະມາຊິກພັກສົມບູນ ຕາມລະບຽບພັກເປັນຢ່າງດີ ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເຊີດຊູຄວາມເປັນແບບຢ່າງໃນການປະຕິບັດວຽກງານ ກໍຄືການດໍາລົງຊີວິດທີ່ປອດໃສ, ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນນໍາບັນດາເອກະສານຕ່າງໆໃຫ້ຫຼາຍຂຶ້ນ ເພື່ອນໍາເອົາບົດຮຽນໃຫມ່ໆມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດທີ່ສູງກວ່າເກົ່າ.

ໂດຍ: ເອື້ອ ມະໂນສິງ