
ຕອນເຊົ້າຂອງພະຫັດ, ວັນທີ 1 ມິຖຸນາ 2023, ຢູ່ທີ່ສະໜາມກິລາແຂວງ ພະແນກກະສິກໍາ ແລະ ປ່າໄມ້ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນຂຶ້ນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ, ມີການນໍາຂັ້ນແຂວງ, ຂັ້ນເມືອງ, ພະນັກງານບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.


ສະພາປະຊາຊົນແຂວງ, ເຂົ້າຮ່ວມພິທີດັ່ງກ່າວໂດຍມີທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະເລຂາທິການ ແລະ ພະນັກງານ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.





ພາບ/ຂ່າວ: ແສງພອນ ອິນນະລົງ.