
ຕອນເຊົ້າຂອງວັນຈັນ, ວັນທີ 5 ກຸມພາ 2024, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4 ແລະ ທ່ານ ນ. ໄລວອນ ຈັນທະລາ ຮອງເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫລາ, ທ່ານ ນ. ວັນສີ ພວງມະໄລ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫລາ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ສະໂມສອນກອງບັນຊາການປ້ອງກັນຊາດ ເມືອງຫລາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງ, ສອງກໍາລັງ ປກຊ-ປກສ ເຂົ້າຮ່ວມທັງໝົດ 88 ທ່ານ, ຍິງ 25 ທ່ານ.




ໃນພິທີ, ໄດ້ຮັບຟັງການເຜີຍແຜ່ບັນດາມະຕິທີ່ໄດ້ຮັບຮອງ ແລະ ເນື້ອໃນຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ຜູ້ມີສິດເລືອກຕັ້ງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈວ່າ 2 ກອງປະຊຸມດັ່ງກ່າວ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຫຍັງແດ່.



ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຊີ້ ແຈງກັບທີຕໍ່ກັບບັນດາຂໍ້ສະເໜີກ່ຽວກັບບັນຫາຄາຄອງຊີບ, ການຄຸ້ມຄອງລາຄາສິນຄ້າ ແລະອື່ນໆ ສ່ວນບາງຄໍາສະເໜີເຖິງຂັ້ນສູນກາງ, ແຂວງ ແມ່ນຈະໄດ້ສັງລວມ ແລະ ສະເໜີໃຫ້ລັດຖະບານ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ ແກ້ໄຂຕາມລະບຽບການ.

ພາບ/ ຂ່າວ: ສະພາປະຊາຊົແຂວງ.