ພິທີເຊັນບົດບັນທຶກປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ອົງການກວດສອບປະຈຳພາກກາງ 2

ມ.ຖ. 6, 2025 | ເຂດ 13 ສະ​ຫວັນນະເຂດ

ໃນຕອນບ່າຍວັນທີ 30 ພຶດສະພາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດ ພິທີເຊັນບົດບັນທຶກປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ສະຫວັນນະເຂດ ກັບ ອົງການກວດສອບປະຈຳພາກກາງ 2 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ທ່ານ ທອງໃສ ອິນທິແສງ ຄະນະປະຈຳປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ທ່ານ ອຸໄທວັນ ໄຊຍະວົງ ປະທານອົງການກວດສອບປະຈຳພາກກາງ 2; ເຂົ້າຮ່ວມມີບັນດາທ່ານປະທານຄະນະກຳມະການວັດທະນະທຳ, ສັງຄົມ ແລະ ບັນດາເຜົ່າ, ຮອງປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ, ຮອງປະທານຍຸດຕິທຳ ປກຊ ແລະ ປກສ, ຮອງປະທານ ອົງການກວດສອບພາກກາງ 2, ຄະນະເລຂາທິການສະພາປະຊາຊົນແຂວງ, ບັນດາຫົວໜ້າ,  ຮອງຫົວໜ້າຂະແໝງ ແລະ ວິຊາການຂອງສອງພາກສ່ວນການທີ່ກ່ຽວຂ້ອງແຂົ້າຮ່ວມຢ່າງພ້ອມພຽງ.

ການເຊັນບົດບັນທຶກການປະສານງານ ໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈ ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດພາກກາງ 2 ແລະ ມະຕິສະພາປະຊາຊົນແຂວງ, ຕິດພັນກັບການຜັນຂະຫຍາຍ ມາດຕາ 4 ຂອງບົດບັນທຶກການປະສານງານ ລະຫວ່າງ ກໍາມາທິການແຜນການ, ການເງິນ ແລະ ກວດສອບ ສະພາແຫ່ງຊາດ ກັບ ອົງການກວດສອບແຫ່ງລັດ, ເປັນການຍົກສູງພາລະບົດບາດສະພາປະຊາຊົນແຂວງ ໃນການຕິດຕາມກວດກາ ການເຄົາລົບ, ການປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິສະພາປະຊາຊົນແຂວງ  ແລະ ເປັນການຍົກສູງພາລະບົດບາດອົງການກວດສອບປະຈໍາພາກກາງ 2 ໃນການປະຕິບັດກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານລະບຽບກົດໝາຍ, ຜົນການຈັດຕັ້ງປະຕິບັດໃນການຄຸ້ມຄອງການນໍາໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດ ຂອງຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດລັດລົງທຶນ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລ ໃຫ້ມີຄວາມຊັດເຈນ, ໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຕາມແຜນງົບປະມານແຫ່ງລັດປະຈໍາປີ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ຮັບຮອງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ; ກອງປະຊຸມໄດ້ຮັບຟັງການຜ່ານພາລະບົດບາດຂອງອົງການກວດສອບພາກກາງ 2 ແລະ ພາລະບົດບາດ ຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ຜ່ານຮ່າງບົດບັນທຶກປະສານງານ ຕໍ່ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດບັນທຶກ ພ້ອມທັງລົງນາມເຊັນບົດບັນທຶກການປະສານງານ.