
ວັນທີ 26 ພຶດສະພາ 2022 ນີ້ ເວລາ 8:30 ນາທີຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດພິທີເຊັນບົດບັນທຶກການປະສານງານລະຫວ່າງ ຄະນະກຳມະການເສດຖະກິດ ແຜນການ ແລະການເງິນສະພາປະຊາຊົນແຂວງ ກັບ 6 ພະແນກຂົງເຂດເສດຖະກິດແຂວງ ໂດຍພາຍໃຕ້ການເປັນກຽດເຂົ້າຮ່ວມຂອງທ່ານ ຈອມສີ ລັດຕະນະປັນຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ

ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ,ຫົວໜ້າພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການຂອງຄະນະກໍາການເສດຖະກິດແຜນການແລະການເງິນເຂົ້າຮ່ວມ.




ພິທີດັ່ງກ່າວຄະນະຮັບຜິດຊອບໄດ້ຜ່ານມະຕິ ຂອງຄະນະປະຈໍາວ່າດ້ວຍການອະນຸມັດໃຫ້ຄະນະກໍາມະການເສດຖະກິດ ແຜນການ ແລະການເງິນດໍາເນີນກອງປະຊຸມເຊັນບົດບັນທຶກການປະສານງານ ລະຫວ່າງ ຄະນະກຳມະການເສດຖະກິດ ແຜນການ ແລະການເງິນ ກັບ 6 ພະແນກການຂົງເຂດເສດຖະກິດ ແລະ ຜ່ານຮ່າງບົດບັນທຶກການປະສານງານລະຫວ່າງຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນສະພາປະຊາຊົນແຂວງກັບ 6 ພະແນກຂົງເຂດເສດຖະກິດແຂວງ




ໄດ້ເຂົ້າສູ່ພິທີເຊັ່ນບົດບັນທຶກໂດຍຕ່າງໜ້າໃຫ້ແກ່ສະພາປະຊາຊົນແຂວງແມ່ນ ທ່ານ ນາງ ບົວຄົມ ຂານສຸວົງ ຄະນະປະຈໍາ ປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນສະພາປະຊາຊົນແຂວງ ບໍ່ແກ້ວ ແລະ ຕ່າງໜ້າ 6 ພະແນກການຂົງເຂດເສດຖະກິດແຂວງແມ່ນຫົວໜ້າ ຂອງແຕ່ລະພະແນກການເຊັ່ນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກໍາ ແລະການຄ້າ, ພະແນກກະສິກໍາແລະປ່າໄມ້, ພະແນກແຜນການ ແລະການລົງທຶນ, ພະແນກໂຍທິການ ແລະ ຂົ່ນສົ່ງແຂວງ.
ໃນຕອນທ້າຍພິທີຍັງໄດ້ຮັບຟັງຄໍາໂອ້ລົມຈາກທ່ານ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.ພິທີດັ່ງກ່າວແມ່ນສໍາເລັດຕາມຄາດໝາຍ.
ພາບ ແລະ ຂ່າວ
ນາງ ຂັນຖະໜອມ ແກ້ວມະນີ