ຕອນເຊົ້າຂອງວັນທີ 22 ເມສາ 2025ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໂດຍການເປັນປະທານຂອງ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີຄະນະໜ່ວຍພັກ, ບັນດາສະຫາຍທີ່ຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ – ລັດແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.
ໃນພິທີສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານບົດສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງແຂວງ ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 20/ຄປຈ. ລົງວັນທີ 6 ກຸມພາ 2025 ວ່າດ້ວຍການຮັບຮອງເອົາໜ່ວຍພັກຮາກຖານສະພາປະຊາຊົນແຂວງຄໍາມ່ວນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024, ພ້ອມນັ້ນ, ກໍໄດ້ມອບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໃຫ້ແກ່ໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ, ເຊີ່ງໃຫ້ກຽດມອບໂດຍ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ. ຮັບໂດຍ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ.
ຕອນທ້າຍຂອງພິທີ ສະຫາຍ ບຸນມີ ພິມມະສອນ ກໍ່ມີຄໍາເຫັນໄດ້ໂອ້ລົມ, ພ້ອມທັງໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນງານທີ່ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ຕ້ອງສືບຕໍ່ສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ສະມາຊິກພັກ, ພະນັກງານພາຍໃນຢ່າງຕໍ່ເນື່ອງລຽນຕິດ, ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອໃຫ້ສະມາຊິກພັກ ແລະ ພະນັກງານມີຄວາມອຸ່ນອ່ຽນທຸນທຽງ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ.
ໂດຍ: ເອື້ອ ມະໂນສິງ