
(ສພຊ) ຕອນເຊົ້າຂອງວັນທີ 17 ກຸມພາ 2024 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມເປັນປະທານພິທີມອບ-ຮັບໂຄງການນ້ຳປະປາເພື່ອຊຸມຊົນ ຢູ່ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍມີທ່ານ ປອ. ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ, ເຈົ້າເເຂວງໆບໍລິຄຳໄຊ, ທ່ານ ປອ. ສຸວັນນີ ໄຊຊະ ນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ອຳນາດການປົກຄອງເມືອງ, ຜູ້ຕາງໜ້າລັດວິສາຫະກິດນ້ຳປະ ປາແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໂຄງການກໍ່ສ້າງລະບົບນໍ້າປະປາບ້ານຈອມທອງ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 18 ພະຈິກ 2022 ເປັນຕົ້ນມາ ພາຍໃຕ້ເງື່ອນໄຂສັນຍາລະຫວ່າງພະແນກພະລັງງານ ແລະ ບໍ່ແຮ່ ກັບ ລັດວິສາຫະກິດນໍ້າປະປາແຂວງບໍລິຄຳໄຊ, ໂດຍມີມູນຄ່າ 3.081 ລ້ານກວ່າກີບ ຫຼື ເທົ່າກັບ 257.223 ໂດລາ, ກຳນົດໄລຍະເວລາກໍ່ສ້າງຕາມສັນຍາແມ່ນ 18 ເດືອນ ແຕ່ກໍ່ສ້າງແລ້ວກ່ອນກຳນົດ 4 ເດືອນ. ລະບົບໂຮງງານນໍ້າປະປາແຫ່ງນີ້ ສາມາດຜະລິດນໍ້າໄດ້ 240 ແມັດກ້ອນ/ວັນ, ແຕ່ໃນຕົວຈິງສາມາດຜະລິດນໍ້າໄດ້ບໍ່ຕໍ່າກວ່າ 350 ແມັດກ້ອນ/ວັນ ເກີນແຜນການ 46% ຄາດວ່າຈະສາມາດຕອບສະໜອງປະ ລິມານນໍ້າທີ່ສະອາດ-ປອດໄພໃຫ້ແກ່ປະຊາຊົນໄດ້ຊົມໃຊ້ຢ່າງພຽງພໍ ແລະ ຍັງມີເງື່ອນໄຂສາມາດຂະຫຍາຍໄປຫາເຂດພື້ນທີ່ອື່ນຕື່ມອີກ ຕາມຄວາມຕ້ອງການຂອງປະຊາຊົນມີຄວາມຮຽກຮ້ອງຕ້ອງການຊົມໃຊ້.

ໃນພິທີ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍົກໃຫ້ເຫັນຄວາມຈຳເປັນ ແລະ ຄວາມສຳຄັນໃນການມີລະບົບນໍ້າປະປາໃຊ້ໃນຄົວເຮືອນ ກໍຄືການທຳມາຫາກິນຂອງປະຊາຊົນໃນບ້ານຈອມທອງ ທີ່ຍັງຂາດເຂີນນໍ້າໃຊ້, ໃນໄລຍະຜ່ານມາ ທ່ານປະທານສະພາແຫ່ງຊາດ ໄດ້ມີການລະດົມທຶນຮອນຈາກຜູ້ພັດທະນາໄດ້ຈຳ ນວນໜຶ່ງ ເພື່ອສ້າງໃຫ້ມີໂຄງການ ເຊິ່ງເບື້ອງຕົ້ນແມ່ນໂຄງການເຈາະນໍ້າບາດານ, ແຕ່ໄລຍະຕໍ່ມາຈຶ່ງໄດ້ມີການສົມທົບທຶນຈາກບ້ວງກອງທຶນພັດທະນາຊຸມຊົນຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໃນມູນຄ່າ 3 ຕື້ກວ່າກີບ ເພື່ອສ້າງເປັນໂຄງ ການນໍ້າປະປາໃຫ້ແກ່ບ້ານດັ່ງກ່າວ, ລະບົບນໍ້າປະປາແຫ່ງນີ້ ຈະສາມາດປະກອບສ່ວນສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ການທຳມາຫາກິນຂອງພໍ່ແມ່ປະຊາຊົນ ຈຳນວນ 364 ຄອບຄົວ ທີ່ມີຈຳນວນປະຊາຊົນ 1.896 ຄົນ, ເປັນການຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ນອກຈາກນີ້, ໂຄງການດັ່ງກ່າວຍັງຈະເປັນການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງບ້ານຈອມທອງ ແລະ ບ້ານທາດພູວຽງ ເມືອງວຽງທອງ ເຊິ່ງແມ່ນບ້ານໜຶ່ງທີ່ນອນໃນບຸລິມະສິດສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ ເພື່ອເປັນການສ້າງເງື່ອນໄຂໃນການບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາ (MDGs) ໃນປີ 2025, ເຊື່ອໝັ້ນວ່າ ປະຊາຊົນບ້ານຈອມທອງຈະປົກປັກຮັກສາໂຄງການລະບົບນໍ້າປະປານີ້ໃຫ້ດີ ແລະ ສາມາດນໍາໃຊ້ໄດ້ຍາວນານ ເພື່ອໃຫ້ລູກຫຼານຂອງພວກເຮົານໍາໃຊ້ຕໍ່ໄປພາຍໜ້າ.

ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນຈຳນວນ ໜຶ່ງ ມອບໃຫ້ບ້ານຈອມທອງ ເພື່ອນຳໄປມອບຕໍ່ໃຫ້ຜູ້ທີ່ມີຄວາມຈຳເປັນ ແລະ ຂາດເຂີນ.
(ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ)