loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານກອັກ ເຂດກຸ່ມບ້ານພັດທະນາຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ

ກ.ຍ. 11, 2024 | ເຂດ 13 ສະ​ຫວັນນະເຂດ

ໃນວັນທີ 4 ກັນຍາ 2024 ທີ່ຜ່ານມານີ້, ທີ່ບ້ານກອັກ ເຂດກຸ່ມບ້ານພັດທະນາຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານກອັກ, ໂດຍການເປັນປະທານ ຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນະເຂດ ເຂົ້າຮ່ວມພິທີມີບັນດາ ຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງເຊໂປນ, ມີທ່ານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງເຈົ້າເມືອງເຊໂປນ ພ້ອມຄະນະ ແລະການນຳເມືອງ, ການນຳກຸ່ມບ້ານພັດທະນາຈຽງຕູບ, ບໍລິ ສັດ ຈະເລີນເຊໂປນ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ
ໃນພິທີ ຕາງໜ້າໃຫ້ບໍລິສັດ ຈະເລີນເຊໂປນ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ ກ່າວລາຍງານ ແລະ ກ່າວມອບໂຄງການ ໃຫ້ເຈົ້າຂອງໂຄງການ: ໂຄງການກໍ່ສ້າງໂຮງຮຽນ ບ້ານກັອກ ຢູ່ກຸ່ມບ້ານຈຽງຕູບ ເມືອງເຊໂປນ ໃນເບື້ອງຕົ້ນ ປະກອບມີ 2 ໜ້າວຽກຄື: ວຽກອາຄານຫ້ອງຮຽນ 3 ຫ້ອງ ແລະ 1 ຫ້ອງການຄູ ແລະ, ວຽກກໍ່ສ້າງຫ້ອງນໍ້າ 2 ຫ້ອງ; ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາແຕ່ທ້າຍເດືອນ ເມສາ 2024 ເປັນຕົ້ນມາ ຈົນມາຮອດຕົ້ນເດືອນ ກໍລະກົດ 2024 ໄດ້ມີການກວດກາໂຄງການ ຄັ້ງທີ I ປະຕິບັດບັນດາໜ້າວຽກໄດ້ 80% ຄິດເປັນມູນຄ່າ 640ລ້ານກີບ. ຕໍ່ມາໃນທ້າຍເດືອນ ສິງຫາ 2024 ໄດ້ມີການກວດກາໂຄງການ ຄັ້ງທີ II ປະຕິບັດບັນດາໜ້າວຽກໄດ້ 20% ຄິດເປັນມູນຄ່າ 160ລ້ານກີບ. ສັງລວມແລ້ວ ມູນຄ່າການກວດກາວຽກໃນ 2 ຄັ້ງຜ່ານມາ ປະຕິບັດໄດ້ 100% ຄິດເປັນມູນຄ່າ 800ລ້ານກີບ. ຕໍ່ມາທາງເຈົ້າຂອງໂຄງການ ໄດ້ສະເໜີໜ້າວຽກເຂົ້າເພີ່ມໃນໂຄງການດັ່ງກ່າວ ປະກອບມີ 2 ໜ້າວຽກ ຄື: ວຽກເບຕົງ (ເທເດີ່ນໂຮງຮຽນ) ແລະ ວຽກໄຟຟ້າ (ຕິດຕັ້ງໄຟຟ້າອາຄານຫ້ອງຮຽນ ແລະ ຫ້ອງການຄູ); ໄດ້ເລີ່ມຈັດຕັ້ງປະຕິບັດໜ້າວຽກໃນກາງເດືອນ ສິງຫາ 2024 ເປັນຕົ້ນມາ ຈົນມາຮອດທ້າຍເດືອນ ສິງຫາ 2024 ໄດ້ມີການກວດກາໂຄງການ ຄັ້ງທີ I ປະຕິບັດບັນດາໜ້າວຽກໄດ້ 100% ຄິດເປັນມູນຄ່າ 156 ລ້ານກີບ ລວມເປັນມູນຄ່າໂຄງການທັງໝົດ 956 ລ້ານກີບ.
 
ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ຄະນະຮັບຜິດຊອບໂຄງການ ກໍໄດ້ຂຶ້ນກ່າວຮັບເອົາໂຄງການຈາກບໍລິສັດຮັບເໝົາກໍ່ສ້າງ ແລະ ກ່າວມອບຕໍ່ໃຫ້ການນຳເມືອງເຊໂປນ ເພື່ອເປັນຜູ້ຄຸ້ມຄອງ-ນຳໃຊ້ ແລະກໍໄດ້ມີການລົງນາມ ມອບ-ຮັບ ຢ່າງເປັນທາງການ ລະຫວ່າງ ທ່ານ ປານສະຫວັນ ເພັດສີນໍລາດ ຜູ້ອຳນວຍການບໍລິສັດ ຈະເລີນເຊໂປນ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມອບໃຫ້ສະພາປະຊາຊົນແຂວງ ໃນນາມເຈົ້າຂອງໂຄງການ ລົງນາມໂດຍທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ຫຼັງຈາກນັ້ນ ທ່ານປະທານສະພາປະຊາຊົນແຂວງ ກໍໄດ້ຮ່ວມລົງນາມມອບໂຄງການໃຫ້ທ່ານ ຄຳຟອງ ໄຊພິບຸດ ຮອງເຈົ້າເມືອງເຊໂປນ ໂດຍຊ່ອງໜ້າການເປັນສັກຂີພິຍານຈາກແຂກທີ່ເຂົ້າຮ່ວມ. ຜ່ານການຈັດຕັ້ງປະຕິບັດຂອງບໍລິສັດ ຈະເລີນເຊໂປນ ກໍ່ສ້າງຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ (ຜູ້ຮັບເໝົາ) ແຕ່ວັນທີ 25 ເມສາ 2024 ຫາ ວັນທີ 25 ກັນຍາ 2024 ເຫັນວ່າຜູ້ຮັບເໝົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການຖືກຕ້ອງຕາມຂັ້ນຕອນ, ຖືກຕາມມາດຕະຖານເຕັກນິກ ແລະ ຮັບປະກັນຄຸນນະພາບ. ພ້ອມນັ້ນ, ການຈັດຕັ້ງປະຕິບັດໂຄງການ ແມ່ນສໍາເລັດກ່ອນໄລຍະເວລາ ທີ່ໄດ້ກໍານົດໄວ້ໃນສັນຍາ; ສະນັ້ນ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ຊຸດທີ 9 ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນນາມເຈົ້າຂອງໂຄງການ ຂໍມອບໂຄງການກໍ່ສ້າງໂຮງຮຽນ ຢູ່ກຸ່ມບ້ານຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ໃຫ້ອຳນາດການປົກຄອງເມືອງ ກໍຄືຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ເປັນຜູ້ຄຸ້ມຄອງ-ນໍາໃຊ້ຕາມຈຸດປະສົງ ຊຶ່ງໂຄງການດັ່ງກ່າວແມ່ນນໍາໃຊ້ງົບປະມານຈາກການລະດົມ.
ໂອກາດນີ້ ທ່ານປະທານສະພາປະຊາຊົນແຂວງສະຫວັນະເຂດ ກໍໄດ້ມອບເງິນ, ເສືອຂາວນັກຮຽນ, ອຸປະກອນການຮຽນ ປຶ້ມ, ສໍ ແລະ ອຸປະກອນກິລາ ໃຫ້ໂຮງຮຽນປະຖົມບ້ານກັອກ ພ້ອມທັງມີຄຳເຫັນໂອ້ລົມວ່າ: ການນຳແຂວງ ກໍຄືສະພາປະຊາຊົນແຂວງ ມີຄວາມເປັນຫ່ວງເປັນໃຍຕໍ່ການສຶກສາຂອງເດັກນ້ອຍໃນເຂດຫ່າງໄກສອກຫຼີກ ແລະ ບໍ່ຢາກໃຫ້ເດັກນ້ອຍປະລະການຮຽນ, ຈ່ງເອົາໃຈໃສ່ໃນການກໍ່ສ້າງໂຮງຮຽນ ເພື່ອໃຫ້ນັກຮຽນມີບ່ອນສຶກສາ, ດັງນັ້ນ ໃຫ້ສຶກສາເມືອງ ກໍ່ຄືປະທານກຸ່ມມາຕິດຕາມກວດກາການຮຽນ ການສອນຢ່າງເປັນປົກກະຕິ, ໃຫ້ອຳນາດການປົກຄອງບ້ານເອົາໃຈໃສ່ປົກປັກຮັກສາໂຮງຮຽນແຫ່ງນີ້ ນຳໃຊ້ໄດ້ຍາວນານ, ໃຫ້ຄູເອົາໃຈໃສ່ສິດສອນໃຫ້ໄດ້ຕາມ5ຫຼັກມູນຂອງການສຶກສາ, ເປັນແບບຢ່າງໃນການຂີດຂຽນພາສາລາວໃຫ້ຖືກຕ້ອງ, ສິດສອນໃຫ້ເດັກນ້ອຍຮູ້ຮ້ອງເພງຊາດລາວໃຫ້ຖືກຕ້ອງ, ການໃຊ້ພາສາປາກເວົ້າ ສອນພາສາລາວໃຫ້ເດັກນ້ອຍໃຫ້ຫຼາຍ ຖືກຕ້ອງ ຄູຕ້ອງເປັນແມ່ພິມທີ່ດີ, ຄູກໍ່ຕ້ອງໄດ້ຮຽນໄດ້ພັດທະນາຕົນເອງ, ຮຽກຮ້ອງທັງໝົດ ຜູ້ປົກຄອງທັງໝົດ ຄູສອນ ຕ້ອງຕິດຕາມເບີ່ງວ່າເດັກນ້ອຍມາຮຽນປົກກະຕິບໍ ໃຫ້ລາຍງານໃຫ້ກຸ່ມໂດຍໄວ, ສຸມໃສ່ໃຫ້ເດັກນ້ອຍມາຮຽນປົກກະຕິ ເພື່ອຫຼີກລ້ຽງການປະລະການຮຽນ ແລະ ການກືກນັງສື.