ພິທີມອບ-ຮັບ ເງິນ ແລະ ນ້ຳດື່ມ ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 10

​ພ.ຈ. 16, 2025

(ສພຊ) – ວັນທີ 14 ພະຈິກຜ່ານມາ, ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບ ເງິນ ແລະ ນ້ຳດື່ມ ເພື່ອສະໜັບສະໜູນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ຈາກບໍລິສັດ ສຳຫຼວດ-ຂຸດຄົ້ນແຮ່ທາດ ແລະ ບໍລິການຂາອອກ-ຂາເຂົ້າ ຈຳກັດ, ບໍລິສັດ ດຳລົງພັນ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ ດຳລົງພັນ ຂາອອກ-ຂາເຂົ້າ ຂົນສົ່ງກະສິກຳຄົບວົງຈອນ ຈຳກັດຜູ້ດຽວ ລວມມູນຄ່າທັງໝົດ 112.5 ລ້ານກີບ, ຕາງໜ້າຮັບໂດຍທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ແລະ ຕາງໜ້າມອບໂດຍທ່ານ ພູເງິນ ຫຼວງສີສົມບັດ ປະທານບໍລິສັດ ສຳຫຼວດ-ຂຸດຄົ້ນແຮ່ທາດ ແລະ ບໍລິການຂາອອກ-ຂາເຂົ້າ ຈຳກັດ, ເຊິ່ງມີທ່ານ ປອ. ບຸນທັນ ບູນວິໄລ ຮອງເລຂາທິການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ດຣ. ນາງ ວິພາວັນ ພົມວິຫານ ໄດ້ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ 3 ບໍລິສັດດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.
ວັນທີ 13 ພະຈິກ, ກໍໄດ້ມີພິທີມອບ-ຮັບນໍ້າດື່ມ ຈຳນວນ 500 ແພັກ ມູນຄ່າ 25 ລ້ານກີບ ຈາກບໍລິສັດ ບໍ່ຄຳວັງຕັດ ຈຳກັດຜູ້ດຽວ ໃຫ້ແກ່ສະພາແຫ່ງຊາດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 10, ຕາງໜ້າຮັບໂດຍທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດດັ່ງກ່າວ, ທ່ານ ນາງ ດາວເພັດ ສີຫາວົງ ໄດ້ມອບໃບຊົມເຊີຍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ບໍລິສັດ ບໍ່ຄຳວັງຕັດ ຈຳກັດຜູ້ດຽວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນມອບນໍ້າດື່ມເພື່ອອຸປະຖຳໃນຄັ້ງນີ້.

(ນາງ ກຸກກິກ ບຸດດາໄຊ)