(ສພຊ) ວັນທີ 6 ກຸມພາ 2023 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ເຊິ່ງມອບໂດຍທ່ານ ນາງ ຈັນທະວິສຸກ ນິຣັດໄຊ ປະທານໂບດກາໂຕລິກ, ຮັບໂດຍທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກໍາມາທິການບັນດາເຜົ່າ; ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເສື້ອກັນໜາວ 300 ຜືນ (ຜູ້ໃຫຍ່) ຊາຍ 100 ຜືນ, ຍິງ 100 ຜືນ, ເດັກ 100 ຜືນ ລວມມູນຄ່າ 5,9 ລ້ານກີບ ເຄື່ອງດັ່ງກ່າວ ກໍາມາທິການບັນດາເຜົ່າ ຈະນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກ.![]()
![](https://na.gov.la/wp-content/uploads/2023/02/329346428_644203697475172_187300739465083011_n.jpeg)
![](https://na.gov.la/wp-content/uploads/2023/02/329581882_854637632267365_2975114422592825_n.jpeg)