(ສພຊ) – ຕອນສວາຍວັນທີ 11 ກຸມພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບຮູບການນຳສະພາແຫ່ງຊາດແຕ່ລະສະໄໝ ທີ່ແຕ້ມດ້ວຍເມັດເຂົ້າສານ ເພື່ອຈັດວາງໃສ່ຫ້ອງມູນເຊື້ອສະພາແຫ່ງຊາດ ໂດຍການກ່າວຮັບຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແລະ ຕາງໜ້າມອບແມ່ນທ່ານ Dong Hoang Hien ຜູ້ອຳນວຍການ ບໍລິສັດ Binh Dien Quang Tri Joint Stock Company; ໂດຍມີທ່ານເລຂາທິການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈ ພ້ອມທັງມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳຄັ້ງນີ້.
(ນາງ ກຸກກິກ ບຸດດາໄຊ)