
ຕອນເຊົ້າວັນທີ 22 ກໍລະກົດ 2022 ເວລາ 8:00 ໂມງ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະບຸກຄົນທີ່ມີຜົນງານດີເດັ່ນ ປະຈໍາປີ 2021 ຂຶ້ນ.



ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.ມີຄະນະປະຈໍາ,ຄະນະເລຂາທິການພ້ອມດ້ວຍພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງເຂົ້າຮ່ວມ 46 ສະຫາຍ,ຍີງ 17 ສະຫາຍ.


ພິທີດັ່ງກ່າວ ທາງຄະນະຈັດຕັ້ງພິທີໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງໆບໍ່ແກ້ວ ສະບັບເລກທີ 174/ຈຂ.ບກ,ລົງວັນທີ 23 ກຸມພາ 2022 ວ່າດ້ວຍການຍ້ອງຍໍກົມກອງລວມໝູ່ ແລະບຸກຄົນ,ບ້ານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍາຄືແຂວງບໍ່ແກ້ວ ປະຈໍາປີ 2021


ຫຼັງຈາກນັ້ນກໍເຂົ້າສູ່ພິທີມອບໃບຍ້ອງຍໍກົມກອງແລະບຸກຄົນ ໃຫ້ກຽດມອບໂດຍແມ່ນທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໃນຕອນທ້າຍພິທີທ່ານຍັງໃຫ້ກຽດໂອ້ລົມ ແລະທິດຊີ້ນໍາແກ່ພະນັກງານ ສພຂ ທຸກສະຫາຍຈົ່ງພ້ອມໃຈກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານແລະປະກອບສ່ວນໃນການປົກປັກຮັກສາ ແລະສ້າງສາປະເທດຊາດກໍຄືແຂວງບໍ່ແກ້ວຂອງພວກເຮົາໃຫ້ມີບາດກ້າວຂະຫຍາຍຕົວແລະໄດ້ຮັບການພັດທະນາຂື້ນໄປເລື້ອຍໆໃນຕໍ່ໜ້າ.


ພິທີດັ່ງກ່າວແມ່ນໃຊ້ເວລາ 01 ຕອນກໍອັດລົງດ້ວຍຜົນສໍາເລັດ.
ພາບ ແລະ ຂ່າວ
ນາງ ຂັນຖະໜອມ. ແກ້ວມະນີ