
ວັນທີ 27 ສິງຫາ2024 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີມອບບັດໃຫ້ສະມາຊິກພັກສົມບູນ ຊຸດທີ IV ຂຶ້ນ, ໂດຍການເປັນປະທານ ຂອງສະຫາຍ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານ ສພຂ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກເຂົ້້າຮ່ວມນຳ.

ໃນພິທີ ສະຫາຍ ຄຳຟອງ ກົ້ວມີໄຊ ຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ ຮອງປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳພັກ ແຂວງຫົວພັນ ສະບັບເລກທີ 191/ຄປຈຂ, ລົງວັນທີ 15 ສິງຫາ 2024 ວ່າດ້ວຍການມອບບັດໃຫ້ສະມາຊິກພັກສົມບູນ ຢູ່ໜ່ວຍພັກສະພາປະຊາຊົນແຂວງ ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ເປັນກຽດມອບບັດ ແລະ ໃຫ້ຄຳເຫັນໂອ້ລົມໂດຍ ສະຫາຍ ສົມສັກ ດອນຈານິດ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບບັດສະມາຊິກພັກໃໝ່ ເພື່ອຢັ້ງຢືນເຖິງຖານະນາມຂອງສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ສະແດງໃຫ້ເຫັນຄວາມບຸກບືນສູ້ຊົນ, ເຮັດສຳເລັດໜ້າທີ່ຕາມພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຮັກສາໄດ້ຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳຂອງພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເຂົ້າໃນການປະຕິບັດໜ້າທີ່ວຽກງານມີຜົນສຳເລັດເປັນກ້າວໆ. ຄຽງຄູ່ກັນນີ້, ສະຫາຍຍັງໄດ້ເນັ້ນໜັກບາງບັນຫາໃຫ້ສະມາຊິກພັກ ກໍຄື ຜູ້ທີ່ໄດ້ຮັບບັດໃໝ່ ຈົ່ງເປັນເຈົ້າການປົກປັກຮັກສາ ແລະ ນຳໃຊ້ບັດ ໃຫ້ມີຄວາມຖືກຕ້ອງຕາມກົດລະບຽບ ຂອງພັກວາງອອກ ແລະ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານອັນສຳຄັນຂອງພັກ; ສືບຕໍ່ຍົກສູງຄຸນທາດການເມືອງໃຫ້ໜັກແໜ້ນ, ຝຶກຝົນຫຼໍ່ຫຼອມດ້ານຄຸນສົມບັດ, ສິນທຳປະຕິບັດໃຫ້ດີ; ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຈັດຕັ້ງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ສູ້ຊົນຍົກລະດັບຄວາມຮູ້, ຄວາມສາມາດ, ດ້ານທິດສະດີການເມືອງ, ວິຊາສະເພາະ; ດຳລົງຊີວິດປອດໃສຂາວສະອາດ, ຕ້ານແນວຄິດອາດຍາສິດ, ສໍ້ລາດບັງຫຼວງ, ຈຸ້ມເຈື້ອເຊື້ອສາຍ, ຫຼີ້ນກິນຟຸມເຟືອຍ ແລະ ສິ່ງຫຍໍ້ທໍ້ອື່ນໆ ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກໃຫ້ກວ້າຂວາງ, ເປັນແບບຢ່າງທີ່ດີໃຫ້ກັບມະຫາຊົນກ້າວໜ້າ ແລະ ເຮັດລ້ອນໜ້າວຽກງານ ທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດ.

ຂ່າວ-ພາບ: ນາງ ປຸ້ຍນິຕາ ເພັງມີໄຊ.