ພິທີພົບປະ, ຕິດຕາມຊຸກຍູ້ວຽກງານຊາວໜຸ່ມ ແລະ ເຜີຍແຜ່ເອກະສານສຳຄັນ ໃຫ້ແກ່ສະມາຊິກຊາວໜຸ່ມ ຂົງເຂດປົກປ້ອງກົດໝາຍ.

ກ.ຍ. 22, 2025

ຕອນເຊົ້າຂອງວັນທີ 18 ກັນຍາ 2025; ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ໄດ້ຈັດພິທີພົບປະ, ຕິດຕາມຊຸກຍູ້ວຽກງານຊາວໜຸ່ມ ແລະ ເຜີຍແຜ່ເອກະສານສຳຄັນໃຫ້ແກ່ສະມາຊິກຊາວໜຸ່ມ ຂົງເຂດປົກປ້ອງກົດໝາຍ, ໂດຍການເປັນປະທານຂອງ ສະຫາຍ ສົມໃຈ ແກ້ວວັນຄຳ ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ, ມີສະຫາຍ ສອນເພັດ ວົງສາຍຄຳ ຮອງປະທານກວດກາຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະຊາວໜຸ່ມໜ່ວຍຮາກຖານ, ບັນດາສະຫາຍເລຂາໜ່ວຍຮາກຖານ ແລະ ສະມາຊິກຊາວໜຸ່ມ ຂົງເຂດປົກປ້ອງກົດໝາຍຄື: ສານປະຊາຊົນ, ອົງການໄອຍະການປະຊາຊົນ, ພະແນກຍຸດຕິທຳ ແລະ ສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 34 ສະຫາຍ, ຍິງ 11 ສະຫາຍ.
ໃນພິທີ, ໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຕ່າງໆດັ່ງນີ້: ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX; ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ IX; ມະຕິຕົກລົງວ່າດ້ວຍແບບແຜນວີທີການນຳພາຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະໄໝທີ IX, ແຜນດຳເນິນງານຂອງບໍລິຫານງານຊາວໜຸ່ມແຂວງ ແລະ ພ້ອມທັງແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງ 4 ບຸກ ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກຊາວໜຸ່ມກໍ່ໄດ້ມີຄໍາຄິດເຫັນ, ສົນທະນາແລກປ່ຽນບົດຮຽນ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍ.  
ທ້າຍພິທີ ສະຫາຍ ສົມໃຈ ແກ້ວວັນຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ກໍ່ໄດ້ມີຄໍາເຫັນຊຸກຍູ້ ກ່ຽວກັບວຽກງານຊາວໜຸ່ມ ຕໍ່ໜ່ວຍຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມທັງ 4 ພາກສ່ວນ ແລະ ເນັ້ນໜັກບາງໜ້າວຽກງານດັ່ງນີ້: ໃຫ້ຄະນະໜ່ວຍຮາກຖານເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍໃຫ້ມີຄວາມຮັບຮູ້, ເຂົ້າຕໍ່ແນວທາງການນຳພາຂອງພັກ-ລັດ; ເພີ່ມທະວີຫັດແໜ້ນຄວາມສາມັກຄີສະມາຊິກຊາວໜຸ່ມພາຍໃນ-ພາຍນອກ; ເພີ່ມທະວີການເຂົ້າຮ່ວມຂະບວນການຕ່າງໆຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງຈັດຂຶ້ນ ແລະ ອື່ນໆ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.