
ຕອນບ່າຍຂອງວັນທີ 28 ເມສາ 2022 ນີ້ ເວລາ14:00 ນາທີ ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ1886 – 1 ພຶດສະພາ 2022 ) ໂດຍພາຍໃຕ້ການໃຫ້ກຽດຂຶ້ນປາຖະກະຖາຂອງ ສະຫາຍ ບຸນພັດສີສົມບັດ ກຳມະການໜ່ວຍພັກ ປະທານກຳມະບານຮາກຖານ ເລຂາທິການສະພາປະຊາຊົນແຂວງ.

ມີຮອງຮາກຖານກຳມະບານ ແລະສະມາຊິກກຳມະບານ ເຂົ້າຮ່ວມຮັບຟັງທັງໝົດ 32 ສະຫາຍ,ຍິງ 15ສະຫາຍ.ພິທີດັ່ງກ່າວ ປະທານກຳມະບານຮາກຖານໄດ້ຂຶ້ນເລົ່າປະຫວັດມູນເຊື້ອຄວາມເປັນມາຂອງຊົນຊັ້ນກຳມະກອນໃນທົ່ວໂລກ ທີ່ໄດ້ພ້ອມພຽງຮຽງໜ້າ ແລະພ້ອມກັນລຸກຮື້ຂຶ້ນຕໍ່ສູ້ ປະທ້ວງຄັດຄ້ານພວກນາຍທຶນທີ່ກົດຂີ່ຂູດຮີດຊາວຜູ້ອອກແຮງງານຢ່າງໂຫດຮ້າຍປ່າເຖື່ອນ ໃຊ້ແຮງງານເກີນໂມງເວລາ ແລະຕອບແທນຄ່າແຮງງານໃນຂັ້ນຕໍ່າເຮັດໃຫ້ຊາວຜູ້ອອກແຮງງານ ພ້ອມໃຈກັນລຸກຂຶ້ນມາທ້ວງຄວາມຍຸຕິທຳໃຫ້ແກ່ຕົນແລະເພື່ອນມະນຸດສະຍາຊາດທີ່ຕົກຢູ່ໃນຊະຕາກໍາອັນດຽວກັນ ເວົ້າລວມກໍແມ່ນຊາວຜູ້ອອກແຮງງານ ແລະຊາວຊົນຊັ້ນກຳມະກອນລາວ ທີ່ຖືກພວກນາຍທຶນຕ່າງຊາດຕ່າງດາວ ເຂົ້າມາກົດຂີ່ຂູດຮີດ ແລະ ຍາດແຍ້ງເອົາເຂດນໍ້າແດນດິນຂອງປະເທດລາວໃນສະໄໝກ່ອນ ເຮັດໃຫ້ຊາວຊົນຊັ້ນກຳມະກອນລາວໃນທົ່ວປະເທດໄດ້ພ້ອມກັນລຸກຮື້ຂຶ້ນຍາດອໍານາດແລະ ປົກປ້ອງສິດແລະຄວາມເປັນທຳໃຫ້ແກ່ຊາວຊົນຊັ້ນກຳມະກອນໃນທົ່ວປະເທດ.

ນອກຈາກນັ້ນຍັງໄດ້ເລົ່າມູນເຊື້ອປະຫວັດຄວາມເປັນມາຂອງອົງການຈັດຕັ້ງທີ່ສ້າງຕັ້ງຂຶ້ນແລະສົນທິສັນຍາຂອງອົງການສາກົນຕ່າງໆ ເພື່ອຮັກສາສິດແລະຜົນປະໂຫຍດຂອງຊົນຊັ້ນກຳມະກອນ. ພິທີດັ່ງກ່າວໃຊ້ເວລາພຽງ 1 ຕອນກໍສໍາເລັດ.