ພິທີປະຖະກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ ແລະ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 63 ປີ.

ສ.ຫ. 13, 2025

ຕອນເຊົ້າວັນທີ 22 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ຈັດພິທີປະຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ ແລະ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 63 ປີ, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກພາຍໃນ ໜ່ວຍເຂົ້າຮ່ວມ ຢ່າງພ້ອມພຽງ.
ບັນດາເອກະສານທີ່ນໍາມາປະຖະກະຖາປະກອບມີ: ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ15 ກໍລະກົດ 1909-15 ກໍລະກົດ 2025 (ປະທານ ສຸພານຸວົງ ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ) ເຊິ່ງໄດ້ໃຫ້ຮູ້ເຖິ່ງຜົນງານການເຄື່ອນໄຫວປະຕິວັດ; ແບບຢ່າງທີດີໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ; ຄຸນງາມຄວາມດີຂອງປະທານ ສຸພານຸວົງ ແລະ ປະຖະກະຖາວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 63 ປີ(15 ກໍລະກົດ 1962-15 ກໍລະກົດ 2025).
ພ້ອມນັ້ນ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ກໍລະກົດ ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ການຈັດປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນສໍາເລັດຕາມການມອບໝາຍໃນຫລາຍໆດ້ານ ແລະ ໄດ້ຜ່ານທິດທາງແຜນການປະຈໍາເດືອນ ສິງຫາ 2025 ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ຕໍານິສົ່ງຂ່າວເຊິ່ງກັນຢ່າງຈິງອົກຈິງໃຈ ແລະ ກົງໄປກົງມາ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.