
ຕອນບ່າຍຂອງວັນທີ 20 ເມສາ 2022 ນີ້.ເວລາ 13:30 ນາທີ ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍ່ແກ້ວ. ໄດ້ຈັດພິທີຈັດຕັ້ງໂຄສະນາ-ປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 67 ປີ (14/4/1955-14/4/2022)
ຂຶ້ນໂດຍພາຍໃຕ້ການເປັນປະທານປາຖະກະຖາຂອງສະຫາຍ ບຸນພັດ ສີສົມບັດ ກຳມະການໜ່ວຍພັກ,ເລຂາທິການສະພາປະຊາຊົນແຂວງ ມີບັນດາເລຂາໜ່ວຍຊາວໜຸ່ມ, ຮອງເລຂາ, ຫົວໜ້າ, ຮອງຈຸ ແລະ ສະມາຊິກຊາວໜຸ່ມສະພາປະຊາຊົນແຂວງເຂົ້າຮ່ວມທັງໝົດ25ສະຫາຍ, ຍິງ11ສະຫາຍ.


ໃນພິທີດັ່ງກ່າວສະຫາຍກຳມະການໜ່ວຍພັກ ໄດ້ໃຫ້ກຽດຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະປະຫວັດຄວາມເປັນມາຂອງອົງການຈັດຕັ້ງຊາວໜຸ່ມແຂວງບໍ່ແກ້ວພ້ອມນີ້ສະຫາຍກຳມະການໜ່ວຍພັກເພີ່ນຍັງໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມທຸກສະຫາຍຈົ່ງນໍາເອົາມູນເຊື້ອອັນພິລະອາດຫານຂອງສະມາຊິກຊາວໜຸ່ມລຸ່ນຫຼັງນໍາໄປຜັນຂະຫຍາຍເປັນແຜນງານແຜນການໂດຍສະເພາະແມ່ນຂໍ້ແຂ່ງຂັນຂອງຊາວໜຸ່ມໃຫ້ເກີດດອກອອກຜົນ ແລະ ໃຫ້ຊາວໜຸ່ມຈົ່ງມີແນວຄິດອຸ່ນອ່ຽງທຸ່ນທ່ຽງແລະເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ.

ພິທີດັ່ງກ່າວແມ່ນໃຊ້ເວລາພຽງ1ຕອນກໍອັດລົງດ້ວຍຜົນສໍາເລັດ.