loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

​ພ.ຈ. 6, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນບ່າຍວັນທີ 3 ພະຈິກ 2023 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ການ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພາຍຫຼັງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວແລ້ວ. ປະທານກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ເພື່ອເປັນທິດໃຫ້ແກ່ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໃນການຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ ຕໍ່ບົດລາຍງານດັ່ງກ່າວ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວແລ້ວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຢ່າງມີເຫດມີຜົນ ແລະ ກົງໄປກົງມາ.
ຫຼັງຈາກໃຫ້ຄວາມກະຈ່າງແຈ້ງແລ້ວ, ທ່ານ ພົນຈັດຕະວາ ມາລາ ວິລະຈິດ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023). ເພື່ອເຮັດໃຫ້ເນື້ອໃນຂອງຮ່າງມະຕິດັງກ່າວ ມີຄວາມສົມບູນ ປະທານກອງປະຊຸມ ໄດ້ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ເນື້ອໃນຮ່າງມະຕິດັ່ງກ່າວ ຢ່າງມີຈຸດສຸມ. ຈາກນັ້ນ, ປະທານກອງປະຊຸມ ໄດ້ສະຫຼຸບສັງລວມການປະກອບຄໍາເຫັນຕໍ່ຮ່າງມະຕິດັ່ງກ່າວ.