ພະນັກງານ-ລັດຖະກອນ ສພຂ ເຊື່ອມຊຶມ ເອກະສານສໍາຄັນ ແລະ ສະຫຼຸບຕີລາຄາການນໍາພາຂອງໜ່ວຍພັກ ປະຈໍາເດືອນ ກັນຍາ 2022

ກ.ຍ. 27, 2022

ຕອນເຊົ້າຂອງວັນທີ 22 ກັນຍາ 2022 ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ ໄດ້ຈັດພິທີ ເຊື່ອມຊຶມ ເອກະສານຂອງພັກ, ກໍາມະບານ ແລະ ດໍາເນີນຊີວິດພັກປະຈໍາເດືອນ ກັນຍາ 2022 ໂດຍການເປັນປະທານ ຂອງ ສະຫາຍ ທອງຄານ ວັດສະດາກອນ ຄະນະປະຈໍາສະພາ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະປະຈໍາ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ຈຸດປະສົງການຜັນຂະຫຍາຍບັນດາເອກະສານໃນຄັ້ງນີ້ ເພື່ອໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈ ບັນດາເນື້ອໃນສໍາຄັນຂອງແຕ່ລະເອກະສານ, ເຊິ່ງປະກອບມີເອກະສານ ຄື: ມະຕິ ຂອງຄະນະບໍລິຫານງານພັກແຂວງ ສະບັບເລກທີ 898/ຄບພຂ, ລົງວັນທີ 6 ກັນຍາ 2022 ວ່າດ້ວຍການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານຢູ່ ແຂວງອຸດົມໄຊ, ມູນເຊື້ອ ການກໍາເນີດ ແລະ ເຕີບໂຕຂະຫຍາຍຕົວຂອງສະຫະພັນກໍາມະບານແຂວງ ອຸດົມໄຊ ຄົບຮອບ 43 ປີ (11 ກັນຍາ 1979-11 ກັນຍາ 2022) ແລະ ບົດແນະນໍາ ວ່າດ້ວຍການຈັດຕັ້ງ 2 ວາລະແຫ່ງຊາດ ສະບັບເລກທີ 533/ສກຂ, ລົງວັນທີ 2 ສິງຫາ 2022.
ພາຍຫຼັງໄດ້ເຊື່ອມຊຶມເອກະສານດັ່ງກ່າວແລ້ວ ໄດ້ສືບຕໍ່ດໍາເນີນຊີວິດພັກ ປະຈໍາເດືອນ ກັນຍາ 2022, ໄດ້ສະຫຼຸບຕີລາຄາການນໍາພາຂອງໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ກັນຍາ ແລະ ທິດທາງແຜນການປະຈໍາເດືອນ ຕຸລາ 2022 ພ້ອມກັນນັ້ນ, ບັນດາສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນ ແລະ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງຊອກຫາວິທີແກ້ໄຂ ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
 ພາບ/ຂ່າວ: ສພຂ.