ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ພະນັກງານ ດ້ານການເປັນເສນາທິການ ໃຫ້ແກ່ການນໍາ ສະພາປະຊາຊົນແຂວງ ໃນການເຄື່ອນໄຫວວຽກງານຮອບດ້ານໃນໄລຍະໃໝ່.
ວັນທີ 1 ກໍລະກົດ 2022 ຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ຝຶກອົບຮົມວຽກງານສ້າງຄວາມເຂັ້ມແຂງດ້ານການນໍາໃຊ້ເອກະສານທາງລັດຖະການ ແລະ ການເປັນເສນາທິການໃຫ້ພະນັກງານ ພາຍໃນສະພາປະຊາຊົນແຂວງໄຊຍະບູລີ ໃນຫົວຂໍ້ ການນໍາໃຊ້ເອກະສານທາງລັດຖະການ; ການເປັນເລຂາການນໍາທີ່ດີ; ວຽກງານພິທີການ ແລະ ມາລະຍາດໃນສັງຄົມ ໃຫ້ກຽດເປັນທານໂດຍທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີບັນດາທ່ານວິທະຍາກອນຈາກພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຕະຫຼອດຮອດວິຊາການພາຍໃນສະພາປະຊາຊົນແຂວງ ໄຊຍະບູລີ ເຂົ້າຮ່ວມ.
(ພາບ-ຂ່າວ: ນີ່ຕູ່ ປະສິດທິພົງ)
ພະນັກງານວິຊາການ ສພຂ ໄຊຍະບູລີ ໄດ້ຮັບການຍົກລະດັບດ້ານການນໍາໃຊ້ເອກະສານທາງລັດຖະການ
