ຝືກອົບຮົມ ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງ

ພ.ພ. 8, 2025 | ເຂດ 17 ອັດ​ຕະ​ປື

ກໍາມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຝືກອົບຮົມ ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງ ນະຄອນ, ແຂວງ ໃຫ້ສະພາປະຊາຊົນ 3 ແຂວງ ໃນວັນທີ 7 ພຶດສະພາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ອັດຕະປື ໂດຍການເປັນປະທານຂອງທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ ເຂົ້າຮ່ວມມີວິທະຍາກອນ, ຄະນະກົມ, ຄະນະພະແນກ ແລະ ສຳມະນາກອນຈາກ  3 ແຂວງຄື: ອັດຕະປື ເຊກອງ ແລະ ສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງອັດຕະປື.

ຈຸດປະສົງຕົ້ນຕໍແມ່ນເພື່ອເປັນການຍົກລະດັບຄວາມຮູ້ ກ່ຽວກັບວຽກງານຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງ ນະຄອນຫຼວງ, ແຂວງ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ເພື່ອສາມາດປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ທີ່ຕິດພັນກັບວຽກງານດັ່ງກ່າວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເປັນເອກະພາບ ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ.

ທ່ານ ອໍາໄພ ຈິດມານົນ ໄດ້ກ່າວວ່າ: ການຝືກອົບຮົມໃນຄັ້ງນີ້ ຈະໄດ້ຮັບຟັງການນໍາສະເໜີ ບົດຮຽນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ (ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ); ເຜີຍແຜ່ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຄູ່ມື ກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງ ນະຄອນຫຼວງ, ແຂວງ; ບົດຮຽນການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຂອງກຳມາທິການກົດໝາຍ ສະພາແຫ່ງຊາດ; ບົດຮຽນການຕິດຕາມກວດກາ ຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ທີ່ຕິດພັນກັບການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ພາຍໃນແຂວງຄຳມ່ວນ; ບົດຮຽນການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ, ນອກຈາກນັ້ນ ຍັງຈະໄດ້ຮັບຟັງການເຜີຍແຜ່ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍ ການສ້າງ ແລະ ປັບປຸງກົດໝາຍ ໄລຍະ 2026-2030 ສະບັບເລກທີ 03/ຄປຈ, ລົງວັນທີ 5 ມັງກອນ 2024 ແລະ ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການສະຫຼຸບຕີລາຄາ ການໂຄສະນາ ເຜີຍແຜ່ ກົດໝາຍ ສະບັບເລກທີ 01/ຄປຈ, ລົງວັນທີ 3 ມັງກອນ 2024 ຊຶ່ງລ້ວນແລ້ວແຕ່ເປັນເນື້ອໃນທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ ກໍຄື ການປະຕິບັດພາລະບົດບາດ ສະພາປະຊາຊົນຂັ້ນແຂວງ.

ການເຝິກອົບຮົມຈະດຳເນີນເປັນເວລາ 2 ວັນ, ໂດຍໄດ້ຮັບການຊ່ວຍເຫຼືອສະໜັບສະໜູນທາງດ້ານງົບປະມານ ຈາກມູນນິທິເວດມິນເຕີ (WFD).

(ວິນັດ ສີສຸລາດ)