ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນລະຫວ່າງວັນທີ 15-16 ກັນຍາ 2025 ທີ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ພັອ ຄຳສິງ ນົນທະສອນ ເລຂາພັກເມືອງບົວລະພາ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ 9 ເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ວິທະຍາກອນຈາກສະພາແຫ່ງຊາດ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ແຂກຖືກເຊີນ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.


ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວການຮັບຄຳຮ້ອງຂໍຄວາມເປັນທຳ, ການຕ້ອນຮັບ ແລະ ໃຫ້ຄຳປຶກສາ ຂອງກຳມາທິການຍຸຕິທຳ; ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈຳສະພາແຫ່ງຊາດ ແລະ ການຕິດຕາມກວດກາ ແລະ ຊຸກຍູ້ການພິຈາລະນາ ແລະ ແກ້ໄຂການຕົກລົງກ່ຽວກັບການພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳ ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈຳສະພາແຫ່ງຊາດ; ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ມີການປະກອບຄວາມຄິດເຫັນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮັບ, ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ແລະ ໄດ້ຈັດແບ່ງກຸ່ມຄົ້ນຄວ້າ, ວິເຄາະ, ວິໄຈບັນຫາ ຄຳຮ້ອງຂໍຄວາມເປັນທຳ ພ້ອມລາຍງານຜົນຄົ້ນຄວ້າຕໍ່ກອງປະຊຸມ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ມີເນື້ອໃນຄົບຖວ້ນ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມກັນຍົກສູງຄວາມຮັບຜິດຊອບການຕັ້ງຄໍາຖາມສົນທະນາແລກປ່ຽນໃນແຕ່ລະຫົວຂໍ້.

ໃນຕອນທ້າຍກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວິທະຍາກອນ ທີ່ໄດ້ນຳສະເໜີບົດຮຽນ ແລະ ປະສົບການ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຊົມເຊີຍຜູ້ເຂົ້າຮ່ວມ ທີ່ພ້ອມກັນຄົ້ນຄວ້າປະກອບຄຳຄິດ ຄຳເຫັນຢ່າງສ້າງສັນ ເພື່ອນຳເອົາບົດຮຽນທີ່ໄດ້ຮັບຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງ ແລະ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິພາບ; ພ້ອມນັ້ນ, ທ່ານໄດ້ໂອ້ລົມ ຕໍ່ກອງປະຊຸມວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເປັນພາລະບົດບາດໜຶ່ງທີ່ສໍາຄັນ ຂອງສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດກົດໝາຍ ເພື່ອຮັບປະກັນໃນການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ຮັບຄວາມຍຸຕິທຳ ຖືກຕ້ອງຕາມລະບຽບຂອງກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍມີຄວາມເຂັ້ມງວດຂຶ້ນເທື່ອລະກ້າວ; ເພື່ອສ້າງຄວາມເຂົ້າໃຈ ແລະ ຍົກສູງຂີດຄວາມສາມາດ ຕໍ່ວຽກງານການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ ແລະ ເສນາທິການຊ່ວຍວຽກ ຂອງສະພາປະຊາຊົນຂັ້ນແຂວງ; ເພື່ອເສີມຂະຫຍາຍທັກສະ, ຄວາມຮູ້ ກ່ຽວກັບວິທີການແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ການຕິດຕາມກວດກາການແກ້ໄຂຄຳຮ້ອງທຸກ, ການລາຍງານຜົນການຕິດຕາມກວດກາ ໃຫ້ເຂົ້າໃຈແບບເລິກເຊິ່ງ.

ໂອກາດດຽວກັນທ່ານ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເຊກ້າ ໄລຍະ II ກໍ່ຄື ເຮວວິຕັດ.
ໂດຍ: ເອື້ອ ມະໂນສິງ