ວັນທີ 21 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງອຸດົມໄຊ ປະຈໍາເດືອນ ມັງກອນ-ກຸມພາ 2022 ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບການເຄື່ອນໄຫວວຽກງານປະຈໍາເດືອນ ມັງກອນ-ກຸມພາ, ວາງທິດທາງແຜນການປະຈໍາເດືອນ ມີນາ ປີ 2022 ແລະ ໄດ້ຮັບຟັງການຜ່ານແຜນດຳເນີນງານ 5 ປີ(2021-2025) ແລະ ຜ່ານຮ່າງຂໍ້ຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ກັບ ຄະນະປະຈໍາອົງການແນວລາວສ້າງຊາດແຂວງ.
ຈາກນັ້ນ, ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນ ແລະ ປຶກສາຫລືວຽກງານພົ້ນເດັ່ນອື່ນໆຕື່ມອີກ.


