
ຕອນບ່າຍຂອງຈັນ, ວັນທີ 20 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຜ່ານແຜນການ ກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ໂດຍການເປັນປະທານຂອງ ທ່ານ ຄໍາເຜີຍ ງອນວັນຄຳ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາ ສພຂ, ຄະນະເລຂາທິການ ສພຂ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.



ກອງປະຊຸມທ່ານ ນາງ ວັນສີ ພວງມະໄລ ເລຂາທິການ ສພຂ, ໄດ້ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການຊ່ອຍວຽກ, ຜ່ານແຜນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II.


ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ບັນລຸຜົນສໍາເລັດຕາມລະດັບຄາດ ໝາຍ ແລະ ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດລັດຂັ້ນທ້ອງຖິ່ນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.


ຈາກນັ້ນ, ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນ, ປຶກສາຫາຫລືກັນຢ່າງກົງໄປກົງມາ ກ່ຽວກັບເນື້ອໃນທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ເຊິ່ງຕາມແຜນຄາດຄະເໜຈະໄດ້ສຸມໃສ່ປະສານກັບພາກສ່ວນກ່ຽວຂ້ອງກ່ຽວກັບເນື້ອໃນສຳຄັນ ຈໍານວນ 11 ບັນຫາ ແລະ ເຫັນດີເປັນເອກະພາບກຳນົດວັນທີ່ຈະດຳເນີນກອງປະຊຸມຢູ່ໃນລະຫວ່າງວັນທີ 11-12 ສິງຫາ 2022 ທີ່ຈະມາເຖິ່ງນີ້.


