(ສພຊ) – ຕອນບ່າຍວັນສຸກທີ 21 ພະຈິກນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດການພິຈາລະນາຮັບຮອງວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງມີບາງຕອນວ່າ: ໃນໄລຍະ 5 ປີຜ່ານມາ ສານປະຊາຊົນ ໄດ້ເອົາໃຈໃສ່ພັດທະນາແບບແຜນ ແລະ ກົນໄກການດໍາເນີນຄະດີຂອງສານ ໂດຍມີການປັບປຸງກົນໄກ ແລະ ການຈໍລະຈອນເອກະສານຢູ່ສານປະຊາຊົນສູງສຸດ ເພື່ອໃຫ້ການດໍາເນີນຄະດີມີຄວາມວ່ອງໄວ ແລະ ສອດຄ່ອງຕາມກົດໝາຍກວ່າເກົ່າ; ຊຸກຍູ້ ແລະ ສົ່ງເສີມຜູ້ພິພາກສາໃນການຄົ້ນຄວ້າຄະດີແບບເປັນມືອາຊີບ ແລະ ສ້າງຜູ້ພິພາກສາ ດີ-ເກັ່ງ ໄດ້ 71 ທ່ານ ກວມເອົາ 62.83%; ໄດ້ພິຈາລະນາຕັດສິນຄະດີທີ່ເຂົ້າມາສານປະຊາຊົນ ແລະ ສານທະຫານ 35,068 ເລື່ອງ, ແກ້ໄຂໄດ້ 31,937 ເລື່ອງ ເທົ່າກັບ 91.07%. ສໍາລັບອົງການໄອຍະການປະຊາຊົນສູງສຸດ ໄດ້ຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ ດີຂຶ້ນກວ່າເກົ່າ ເຊິ່ງໃນໄລຍະ 5 ປີຜ່ານມາ ມີຄະດີອາຍາ 56,683 ເລື່ອງ, ແກ້ໄຂໄດ້ 56,196 ເລື່ອງ ເທົ່າກັບ 99.14%; ເຂົ້າຮ່ວມຖະແຫຼງໃນທີ່ປະຊຸມສານ 31,942 ເລື່ອງ, ສານຕັດສິນເອົາຕາມຄໍາຖະແຫຼງ 30,888 ເລື່ອງ ເທົ່າກັບ 96.7%; ມີຄະດີແພ່ງ 11,532 ເລື່ອງ, ແກ້ໄຂໄດ້ 11.437 ເລື່ອງ ເທົ່າກັບ 99.17%.
ຄຽງຄູ່ກັບຜົນງານ ແລະ ຜົນສໍາເລັດນັ້ນ, ສະມາຊິກສະພາແຫ່ງຊາດ (ສສຊ) ຍັງສະເໜີໃຫ້ທັງສອງອົງການເອົາໃຈໃສ່ການປັບປຸງກົງຈັກການຈັດຕັ້ງ ແລະ ການບໍາລຸງສ້າງບຸກຄະລາກອນ ໃຫ້ມີຈັນຍາບັນ, ຈັນຍາທໍາ ແລະ ຄວາມຮັບ ຜິດຊອບ ເພື່ອຮັບປະກັນການປະຕິບັດພາລະບົດບາດຂອງ 2 ອົງການ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕາມຕົວຈິງຂອງທ້ອງຖິ່ນ, ເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງຂະບວນຍຸຕິທໍາໄດ້ງ່າຍ ແລະ ທົ່ວເຖິງຫຼາຍຂຶ້ນກວ່າເກົ່າ, ຄຸນນະພາບໃນການດໍາເນີນຄະດີຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ໃຫ້ເຂັ້ມງວດຂຶ້ນຕາມຂັ້ນຕອນຂອງກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ ເພື່ອເຮັດໃຫ້ສັງຄົມ ນັບມື້ມີຄວາມສະຫງົບ, ປອດໄພ, ມີຄວາມເປັນທໍາ ແລະ ຍຸຕິທໍາ.
ເພື່ອຮັບປະກັນໃຫ້ເຮັດບັນດາຄາດໝາຍ, ແຜນການ, ມາດຕະການ 5 ປີ (2026-2030) ແລະ ປະຈໍາປີ 2026 ສາມາດຈັດຕັ້ງປະຕິບັດໄດ້, ສສຊ ໄດ້ສະເໜີໃຫ້ສອງອົງການ ສືບຕໍ່ບາງວຽກງານດັ່ງນີ້:
– ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການບໍາລຸງສ້າງ ແລະ ຍົກລະດັບວິຊາສະເພາະ ເປັນລະບົບຕໍ່ເນື່ອງ ໃຫ້ບຸກຄະລາກອນມີຈັນຍາບັນ-ຈັນຍາທໍາ, ມີຄວາມຊໍານານງານ; ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຢ່າງຂວາງ ແລະ ທົ່ວເຖິງ ດ້ວຍຫຼາຍຮູບຫຼາຍວິທີການ;
– ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ເປັນລະບົບ ແລະ ເໝາະສົມ, ສອດຄ່ອງກັບການປັບປຸງອົງການປົກຄອງຖິ່ນ ຕາມລັດຖະທໍາມະນູນ ສະບັບປີ 2025 ເຮັດໃຫ້ລະບົບຍຸຕິທໍາ ຫຍັບເຂົ້າໃກ້ປະຊາຊົນໃຫ້ຫຼາຍຂຶ້ນ;
– ການດໍາເນີນຄະດີ ຕ້ອງເພີ່ມຄວາມເຂັ້ມງວດໃນການປະຕິບັດກົດໝາຍທີ່ກ່ຽວຂ້ອງ ຮັບປະກັນຫຼັກການຂອງການດໍາເນີນຄະດີ, ເກັບກໍາກວດກາຂໍ້ມູນຫຼັກຖານໃຫ້ຄົບຖ້ວນ, ຕີລາຄາຊັ່ງຊາຫຼັກຖານໃຫ້ຊັດເຈນ, ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ເຮັດໃຫ້ການດໍາເນີນຄະດີມີຄວາມວ່ອງໄວ, ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຕົວຈິງ, ໂປ່ງໃສ ແລະ ເປັນທໍາ;
– ເພີ່ມທະວີການປະສານສົມທົບລະຫວ່າງອົງການທີ່ຮັບຜິດຊອບໃນການດຳເນີນຄະດີ ໃຫ້ເປັນລະບົບ, ກົມກຽວ, ສອດຄ່ອງ, ມີຄວາມເປັນເອກະພາບກັນຂຶ້ນຕື່ມ;
– ສະເໜີລັດຖະບານ ພິຈາລະນາສະໜອງງົບປະມານເພີ່ມ ແລະ ພາຫະນະທີ່ຈໍາເປັນ ໃຫ້ແກ່ສອງອົງການ ເພື່ອສາມາດປະຕິບັດໜ້າທີ່ວຽກງານຢ່າງມີຄຸນນະພາບຕາມແຜນການທີ່ວາງໄວ້.
ຜົນສໍາເລັດການພິຈາລະນາຮັບຮອງວຽກງານຂອງສານ ແລະ ໄອຍະການ
