(ສພຊ) – ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ຖະແຫຼງຂ່າວຕໍ່ສື່ມວນກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2025 ເຊິ່ງທ່ານໃຫ້ຮູ້ວ່າ: ໂດຍປະຕິບັດຕາມ 3 ພາລະບົດບາດ, ສະພາແຫ່ງຊາດ ໄດ້ຮຽບຮຽງກົດໝາຍ 12 ສະບັບ, ລັດຖະທໍາມະນູນສະບັບປັບປຸງປີ 2025 ແລະ ກົດໝາຍຂົງເຂດ ສພຊ 3 ສະບັບ; ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9. ພິຈາລະນາຕົກລົງບັນຫາພື້ນຖານຂອງປະເທດຊາດ 18 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມ 27 ສະບັບ ແລະ ມະຕິກອງປະຊຸມ ຄປຈສພຊ 90 ສະບັບ ໃນນີ້, ພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍປະກັນສັງຄົມ ແລະ ຮັບຮອງເອົາການສະເໜີຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ 13 ທ່ານ, ຍິງ 2 ທ່ານ. ປະຕິບັດວຽກງານຕິດຕາມກວດກາ 31 ຄັ້ງ; ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ 76 ເລື່ອງ; ນຳສົ່ງຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 552 ຫົວຂໍ້ ໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຂອງ ສພຊ 4 ສະບັບ; ຈັດເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ), ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແລະ ເສນາທິການ 40 ຄັ້ງ; ລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ 890 ຈຸດ; ເຄື່ອນໄຫວວຽກງານການຕ່າງປະເທດ 18 ຄັ້ງ.
ສຳລັບທິດທາງແຜນການເຄື່ອນໄຫວວຽກງານແຕ່ນີ້ ຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX. ດ້ານນິຕິບັນຍັດ: ຮຽບຮຽງກົດໝາຍ 10 ສະບັບ ທີ່ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 9; ຕິດຕາມ ແລະ ຊຸກຍູ້ໃຫ້ລັດຖະບານ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຜ່ານມາ (2021-2025) ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະ 5 ປີຕໍ່ໜ້າ (2026-2030); ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງການປະເມີນ, ທາບທາມ, ໂຄສະນາເຜີຍແຜ່ກົດໝາຍຂົງເຂດວຽກງານຕ່າງໆທີ່ມີຄວາມຈໍາເປັນ; ຊຸກຍູ້ພາກສ່ວນກ່ຽວຂ້ອງໃນການນໍາເອົາບັນດາຮ່າງກົດໝາຍ ແລະ ກົດໝາຍທີ່ປະກາດໃຊ້ແລ້ວ ໄປທາບທາມ, ໂຄສະນາເຜີຍແຜ່ໃຫ້ເປົ້າໝາຍຕ່າງໆຢ່າງກວ້າງຂວາງ, ທົ່ວເຖິງ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປລາວ ເປັນພາຄີ. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຈໍາປີ 2025 ຂອງລັດຖະບານ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸງຍາກດ້ານເສດຖະກິດ-ການເງິນ; ບົດລາຍງານແຜນການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ III; ບົດລາຍງານຜົນການກວດສອບກ່ຽວກັບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະແຕ່ປີ 2024-2025; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງ ສພຊ ຊຸດທີ IX ແລະ ຮ່າງທິດທາງແຜນການ 5 ປີ (2026-2030) ຂອງ ສພຊ ຊຸດທີ X; ບົດລາຍງານຜົນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ແລະ ຮ່າງທິດທາງແຜນການ 5 ປີ (2026-2030); ບົດປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງ ສພຊ ຊຸດທີ IX; ການມອບໃບຢັ້ງຢືນການສໍາເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ ສສຊ ຊຸດທີ IX. ດ້ານການຕິດຕາມກວດກາ: ຄົ້ນຄວ້າກໍານົດຫົວຂໍ້ຕິດຕາມກວດກາໃຫ້ມີຈຸດສຸມ; ຊຸກຍູ້ ແລະ ມອບໝາຍໃຫ້ຄະນະ ສສຊ ປະຈໍາເຂດເລືອກຕັ້ງ ເພື່ອດໍາເນີນຕາມພາລະບົດບາດ ແລ້ວສະໜອງຂໍ້ມູນໃຫ້ ຄປຈສພຊ, ບັນດາກໍາມາທິການຂອງ ສພຊ; ຕິດຕາມກວດກາຜ່ານກົນໄກການດໍາເນີນກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບຄະນະລັດຖະບານ ແລະ ຄປຈສພຊ ຮ່ວມກັບພາກສ່ວນຕ່າງໆ; ພິຈາລະນາຄໍາຮ້ອງຂໍຄວາມເປັນທຳຂອງພົນລະເມືອງໃຫ້ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີຄວາມຍຸຕິທຳ; ຕິດຕາມການແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນທີ່ສົ່ງເຖິງກອງປະຊຸມ ສພຊ; ຕິດຕາມກວດກາຜົນການແກ້ໄຂຕາມຄໍາສະເໜີຂອງສັງ ຄົມ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10; ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືກັບຕ່າງປະເທດ ແລະ ສົນທິສັນຍາທີ່ ສປປລາວ ເປັນພາຄີ.
ເຄື່ອນໄຫວວຽກງານປິ່ນອ້ອມ: ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຫົວຂໍ້ຕ່າງໆ; ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາມທິດກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ; ຄົ້ນຄວ້າສ້າງ, ປັບປຸງນິຕິກໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ສພຊ, ບັນດາກົງຈັກເສນາທິການ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ; ຈັດພິມປຶ້ມປະຫວັດສາດແຫ່ງການພົວພັນສະພາແຫ່ງຊາດ ລາວ-ຫວຽດນາມ ຄົບຮອບ 50 ປີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ; ຄົ້ນຄວ້າ ແລະ ສັງລວມບັນດາປຶ້ມນິພົນຕ່າງໆຂອງປະທານ ໄກສອນ ພົມວິຫານ ເພື່ອສືບຕໍ່ສ້າງເປັນປື້ມແນວຄິດ ໄກສອນ ພົມວິຫານ ຕໍ່ກັບຂົງເຂດວຽກງານ ສພຊ, ສະພາປະຊາຊົນທ້ອງຖິ່ນ; ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ຄັ້ງທີ 46 ທີ່ປະເທດມາເລເຊຍ, ກອງປະຊຸມຂອງປະທານລັດຖະສະພາໂລກ ແລະ ປະທານລັດຖະສະພາແມ່ຍິງໂລກ ທີ່ປະເທດສະວິດ, ຕ້ອນຮັບຄະນະຜູ້ແທນຂອງລັດຖະສະພາປະເທດຕ່າງໆ ແລະ ເຂົ້າຮ່ວມສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ.
ລາຍງານແຜນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ຕໍ່ກົມການເມືອງສູນກາງພັກ, ອອກມະຕິວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ ຕໍ່ວຽກງານການເລືອກຕັ້ງ; ອອກຄໍາແນະນໍາກ່ຽວກັບການກະກຽມບຸກຄະລາກອນສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ III ໃຫ້ຕິດພັນກັບການປັບປຸງກົງຈັກຂອງ ສພຊ, ສະພາປະຊາຊົນທ້ອງຖິ່ນ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຮັບໃຊ້ໃຫ້ການເລືອກຕັ້ງ ແລະ ການເຄື່ອນໄຫວຂອງ ສພຊ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ເປັນຕົ້ນ ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຕ່າງໆ, ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ການແຕ່ງຕັ້ງກອງເລຂາຊ່ວຍວຽກເລືອກຕັ້ງ; ກະກຽມຮອບດ້ານວຽກງານການເລືອກຕັ້ງ ເປັນຕົ້ນດ້ານນິຕິກໍາ, ບຸກຄະລາກອນຊ່ວຍວຽກ, ງົບປະມານ ແລະ ອຸປະກອນຮັບໃຊ້ຕ່າງໆ ເພື່ອອໍານວຍຄວາມສະດວກແກ່ການເລືອກຕັ້ງ ໃຫ້ຮັບປະກັນຜົນສໍາເລັດ ແລະ ທັນກໍານົດເວລາ; ຈັດເຝິກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X, ສສຂ ຊຸດທີ III, ບັນດາອະນຸກໍາມະການ ແລະ ກົງຈັກເສນາທິການຊ່ວຍວຽກ.