ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ມ.ຖ. 16, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ວັນທີ 16 ມິຖຸນານີ້, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະທານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ບົດລາຍງານການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງທ່ານໃຫ້ຮູ້ວ່າ:
1. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ການຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີ ຂອງລັດຖະບານ ເປັນຕົ້ນອັດຕາການເຕີບໂຕເສດຖະກິດ (GDP) ຄາດວ່າຈະສາມາດປະຕິບັດໄດ້ 4.5% ໃນນັ້ນ, ອຸດສາຫະກໍາເຕີບໂຕ 4.7%, ອັດຕາເງິນເຟີ້ມີທ່າອຽງຫຼຸດລົງ, ການປະຕິບັດບັນດາຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຄວາມຄືບໜ້າທີ່ດີ.
2. ກອງປະຊຸມສະແດງຄວາມເປັນຫ່ວງຕໍ່ການປະຕິບັດບາງຄາດໝາຍຂອງແຜນການປະຈໍາປີ 2025 ເປັນຕົ້ນການຜະລິດທົດແທນການນໍາເຂົ້າ ແລະ ການປຸງແຕ່ງເປັນສິນຄ້າສົ່ງອອກ ບໍ່ທັນໄດ້ດີ, ລາຄາສິນຄ້າບາງໝວດລາຍການສິນຄ້າ ລວມທັງໄຟຟ້າ ຍັງເພີ່ມຂຶ້ນສູງ, ການສ້ອມແປງເສັ້ນທາງທີ່ເປ່ເພ ຍັງຊັກຊ້າ, ການຄຸ້ມຄອງໂຄງການສໍາຫຼວດຂຸດຄົ້ນແຮ່ທາດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ, ການອອກໃບຕາດິນຍັງມີຄວາມຄືບໜ້າໜ້ອຍ ຈຶ່ງສະເໜີໃຫ້ລັດຖະບານຄົ້ນຄວ້າວິທີການແກ້ໄຂບັນຫາ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍໃນໄລຍະ 6 ເດືອນທ້າຍປີ ໃຫ້ບັນລຸຕາມແຜນການ.
3. ເພື່ອຮັບປະກັນການບັນລຸຄາດໝາຍການເຕີບໂຕເສດຖະກິດຢູ່ໃນລະດັບ 4.8% ໃນ 6 ເດືອນທ້າຍປີ, ສະເໜີໃຫ້ລັດຖະບານເອົາໃຈໃສ່ການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດ, ສ້າງຖານລາຍຮັບທີ່ມີຄວາມໝັ້ນຄົງ, ການສົ່ງເສີມການຜະລິດ ແລະ ການປຸງແຕ່ງສິນຄ້າກ່ອນການສົ່ງອອກ, ຈັດສັນເຂດການຜະລິດ, ເຂດປູກ, ເຂດລ້ຽງ ໃຫ້ເປັນກຸ່ມ, ເປັນສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ.
4. ມອບໃຫ້ລັດຖະບານສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ; ຄົ້ນຄວ້າສຸມການລົງທຶນຂອງລັດ ເຂົ້າໃສ່ການຟື້ນຟູກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຈຸດສຸມ ໂດຍສະເພາະການຟື້ນຟູກໍ່ສ້າງສ້ອມແປງເສັ້ນທາງໃນເຂດຫ່າງໄກສອກຫຼີກ, ເສັ້ນທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມແລວຊາຍແດນຕ່າງໆ, ເສັ້ນທາງຫຼວງແຫ່ງຊາດ ໂດຍສະເພາະເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງໃນບັນດາແຂວງພາກເໜືອ, ໂຄງການຟື້ນຟູໄພພິບັດສຸກເສີນ, ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ຊົນນະບົດ, ການກໍ່ສ້າງຕ້ານເຈື່ອນຕາມແມ່ນໍ້າຊາຍແດນ. ມອບໃຫ້ລັດຖະບານສຸມງົບປະມານໃສ່ການກໍ່ສ້າງບັນດາໂຄງການດັ່ງກ່າວ ພ້ອມກັບການຊໍາລະໜີ້ສິນໃຫ້ແກ່ໂຄງການກໍ່ສ້າງທີ່ສໍາເລັດ 100%, ໂຄງການສືບຕໍ່ທີ່ໃກ້ຈະສໍາເລັດ ແລະ ຈຳກັດໂຄງການສະເໜີໃໝ່; ພ້ອມກັນນັ້ນ, ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ໃຫ້ມີມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ການບັນທຸກນໍ້າໜັກເກີນ, ແບ່ງລາຍຮັບທີ່ໄດ້ຈາກຄ່າປັບໃໝໃຫ້ທ້ອງຖິ່ນ ເພື່ອນໍາມາໃຊ້ຈ່າຍສ້ອມແປງເສັ້ນທາງທີ່ເປ່ເພ.
5. ເອົາໃຈໃສ່ສົ່ງເສີມການຜະລິດທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມແຜນວຽກຈຸດສຸມຂອງວາລະແຫ່ງຊາດ, ກຸ່ມຜະລິດຂະໜາດນ້ອຍ ແລະ ກາງ ຕາມກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ, ຍູ້ແຮງການຜະລິດກະສິກໍາໃຫ້ຫຼາຍຂຶ້ນ ທັງຍົກລະດັບເຕັກນິກ-ວິຊາການ, ເຕັກໂນໂລຊີ ແລະ ຫັນເປັນທັນສະໄໝ ເພື່ອຍົກລະດັບຜົນຜະລິດໃຫ້ສູງຂຶ້ນກວ່າເກົ່າ ແລະ ມີໂຄງການຕົວແບບໃນການຜະລິດ, ຈັດສັນເຂດປູກ-ເຂດລ້ຽງໃຫ້ຊັດເຈນ ແລະ ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງ ແລະ ກະກຽມຄວາມພ້ອມດ້ານຊົນລະປະທານຮັບໃຊ້ການຜະລິດໃນລະດູແລ້ງ ໃຫ້ໄດ້ຕາມຄາດໝາຍ.
6. ຮີບຮ້ອນປະເມີນຜົນໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດທີ່ໄດ້ຮັບອະນຸຍາດ ໂດຍສະເພາະໂຄງການທີ່ບໍ່ມີປະສິດຜົນ, ບໍ່ປະຕິບັດພັນທະຕາມສັນຍາ, ດຳເນີນການຊັກຊ້າ ແລະ ຍັງເປັນການຈັບຈອງໄວ້; ມອບໃຫ້ລັດຖະບານມີມາດຕະການແກ້ໄຂຢ່າງເຂັ້ມງວດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ ແລະ ເສຍໂອກາດໃນການພັດທະນາ.
7. ມອບໃຫ້ລັດຖະບານຕິດຕາມກວດກາ ແລະ ປະເມີນໂຄງການສໍາຫຼວດ, ຂຸດຄົ້ນແຮ່ທາດທີ່ໄດ້ຮັບອະນຸຍາດຜ່ານມາ ມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ຕ້ອງນໍາໃຊ້ມາດຕະການຕາມກົດໝາຍຢ່າງເດັດຂາດ, ພິຈາລະນາໂຈະໂຄງການແຮ່ທາດໃໝ່ທຸກປະເພດ (ແຮ່ໂລຫະ, ແຮ່ອະໂລຫະ ແລະ ແຮ່ຫີນທຸກຊະນິດທີ່ບໍ່ແມ່ນຫີນຮັບໃຊ້ໃນການກໍ່ສ້າງ).
8. ມອບໃຫ້ໃຫ້ລັດຖະບານເພີ່ມທະວີຄວາມເອົາໃຈໃສ່ໃນການແກ້ໄຂບັນຫາຕ່າງໆຂອງຂະແໜງການສຶກສາ ທີ່ຕິດພັນກັບບັນຫາການປະລະການຮຽນ, ການຂາດແຄນຄູສອນ, ການສອນຫ້ອງຄວບ, ການອຸດໜູນຄູສອນ ແລະ ແພດໝໍ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່; ຄົ້ນຄວ້າຈັດສັນງົບປະມານໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນຂອງວຽກງານ; ເອົາໃຈໃສ່ການບໍລິການດ້ານສາທາລະນະສຸກໃຫ້ແກ່ພໍ່ແມ່ປະຊາຊົນ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ ໂດຍສະເພາະແກ້ໄຂໜີ້ສິນ; ເພີ່ມທະວີຄວາມເຂັ້ມງວດຕາມກົດໝາຍໃນການຄຸ້ມຄອງຮ້ານບັນເທິງ.
9. ສືບຕໍ່ນໍາໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ໃນລະດັບ 20% ຕໍ່ GDP ຂຶ້ນໄປ ໂດຍສະເພາະຈາກຖານລາຍຮັບທີ່ມີໃຫ້ຄົບຖ້ວນ ແລະ ຈາກສັນຍາການລົງທຶນ, ການເຊົ່າ-ສໍາປະທານ ເປັນຕົ້ນພາສີ-ອາກອນແຮ່ທາດ, ນໍ້າມັນ, ລາຍຮັບທຸລະກິດຈາກທຸກພາກສ່ວນເສດຖະກິດ, ຄ່າເຊົ່າທີ່ດິນ, ການທ່ອງທ່ຽວ, ການຄ້າດິຈິຕອນ, ຄ່າທໍານຽມ ແລະ ບໍລິການຕ່າງໆ ພ້ອມທັງຫຼຸດຜ່ອນ ແລະ ຜ່ອນຜັນພາສີ-ອາກອນໃຫ້ໄດ້ຢ່າງເດັດຂາດ.
10. ເອົາໃຈໃສ່ຈັດສັນງົບປະມານຊົດເຊີຍເວນຄືນໃຫ້ແກ່ບັນດາໂຄງການລົງທຶນຂອງລັດທີ່ມີຜົນກະທົບໂດຍໄວ ໂດຍສະເພາະການຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງຊົນລະປະທານ, ເສັ້ນທາງ, ຕ້ານເຈື່ອນ ແລະ ອື່ນໆ.
11. ພິຈາລະນາຄົ້ນຄວ້ານະໂຍບາຍ ແລະ ໂຄງສ້າງລາຄາໄຟຟ້າ ທີ່ເຫັນວ່າລາຄາສູງເກີນໄປ ເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ພາກທຸລະກິດ ເພື່ອສົ່ງເສີມການຜະ ລິດພາຍໃນ ແລະ ຮັກສາທຸລະກິດ, ໂຮງຈັກໂຮງງານຕ່າງໆ ບໍ່ໃຫ້ປິດຕົວລົງ.
12. ຄົ້ນຄວ້າເພີ່ມເງິນເດືອນ, ເງິນອຸດໜູນ ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ ເພື່ອກະຕຸກຊຸກຍູ້ຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ.
13. ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025).
14. ມອບໃຫ້ລັດຖະບານຄົ້ນຄວ້າຕື່ມ ວິໄສທັດ, ຍຸດທະສາດການພັດທະນາ, ບັນດາເປົ້າໝາຍ, ຄາດໝາຍ, ຕົວຊີ້ບອກຂອງແຕ່ລະແຜນວຽກຈຸດສຸມ, ກົນໄກ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ X (2026-2030) ໃຫ້ຈະແຈ້ງ, ຊັດເຈນ ແລະ ເປັນລະບົບ ໂດຍສະເພາະໃຫ້ຂະຫາຍແນວທາງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ອີງຕາມທ່າແຮງບົ່ມຊ້ອນຂອງປະເທດ ໂດຍຖືເອົາຂະແໜງກະສິກຳ ແລະ ປຸງແຕ່ງ ເປັນບຸລິມະສິດພື້ນຖານ ເພື່ອເຮັດໃຫ້ການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ; ສຸມໃສ່ການຫັນເປັນດິຈິຕອນໃຫ້ສອດຄ່ອງຕາມຍຸກສະໄໝ ຕິດພັນກັບເສດຖະກິດດິຈິຕອນ, ເສດຖະກິດ 4.0 (AI) ເຂົ້າໃນແຜນການ 5 ປີ ຄັ້ງທີ X ໃຫ້ຈະແຈ້ງຊັດເຈນ.
15. ໃຫ້ລັດຖະບານສືບຕໍ່ຄົ້ນຄວ້າປັບປຸງແຜນການ 5 ປີ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X.