ຜົນສຳເລັດການພິຈາລະນາການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX

ທ.ວ. 30, 2022

(ສພຊ) ໃນຕອນເຊົ້າວັນທີ 29 ທັນວາ 2022 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຈາກສໍານັກຂ່າວຕ່າງໆ ຂອງ ສປປລາວ ກ່ຽວກັບຜົນສຳເລັດການພິຈາລະນາການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ:

  1. ຕໍ່ກັບການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ປະຈໍາປີ 2022
  2. 1. ດ້ານນິຕິບັນຍັດ
    • ໄດ້ສະເໜີປະທານປະເທດປະກາດໃຊ້ກົດໝາຍ ຈໍານວນ 9 ສະບັບ ທີ່ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;
    • ໄດ້ນຳເອົາບັນດາຮ່າງກົດໝາຍ ຈໍານວນ 12 ສະບັບ ເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ; ໃນນັ້ນ ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ປັບປຸງ 9 ສະບັບ.
    • ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ຈໍານວນ 2 ສະບັບ ແລະ ໄດ້ຕີຄວາມໝາຍ, ອະທິບາຍກົດໝາຍ ຈໍານວນ 3 ສະບັບ; ພ້ອມທັງຈັດຕັ້ງການ​ລົງໂຄສະນາເຜີຍແຜ່​​ກົດ ໝາຍ, ນິຕິກໍາໃຕ້ກົດໝາຍ ຢູ່ສູນກາງ ແລະ ທ້ອງຖິ່ນ.
  1. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ

2.1 ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ພິຈາລະນາເນື້ອໃນຕ່າງໆ ຈຳນວນ 50 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 40 ສະບັບ; ດຳເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຈໍານວນ 15 ຄັ້ງ ເຊິ່ງພິຈາລະນາເນື້ອໃນຕ່າງໆ ຈໍານວນ 198 ເນື້ອໃນ ແລະ ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ຈໍານວນ 74 ສະບັບ.

  1. ດ້ານການຕິດຕາມກວດກາ

3.1 ໄດ້ເອົາໃຈໃສ່ຕິດຕາມກວດກາ ຜ່ານກົນໄກດຳເນີນກອງປະຊຸມສະພາແຫ່ງຊາດ ດ້ວຍການຮັບຟັງບົດລາຍງານ ພາກສ່ວນກ່ຽວຂ້ອງຕ່າງໆ; ຄົ້ນຄວ້າບັນຫາພົ້ນເດັ່ນຂອງສັງຄົມ; ໃຫ້ກະຊວງ, ອົງການ ຈຳນວນ 33 ພາກສ່ວນ ຊີ້ແຈງຕໍ່ກອງປະຊຸມສະພາແຫ່ງຊາດ ທັງໝົດ 54 ເທື່ອຄັ້ງ, ກວມເອົາ 140 ຄຳຖາມ; ໃນນີ້ ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນ, ຊັກຖາມທັງໝົດ 502 ເທື່ອທ່ານ, ກວມ 84,51%, ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ຄະແນນປະເມີນຕໍ່ການລາຍງານ,​ ຊີ້ແຈງ ແລະ ຕອບຄໍາຊັກຖາມ ທັງໝົດ 30 ທ່ານ, ​ຍິງ 6 ທ່ານ ເຊິ່ງຜູ້ທີ່ໄດ້ຄະແນນສູງສຸດ 7-8 ຈັດຢູ່ປະເພດດີ ກວມເອົາ 98,63 % ແລະ ຄະແນນຕໍ່າສຸດ 5-6 ຈັດຢູ່ໃນປະເພດກາງ ກວມເອົາ 1,37%;

3.2 ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາ ດ້ວຍການດໍາເນີນກອງປະຊຸມຮ່ວມກັບຄະນະລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ​ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ສູນກາງແນວລາວສ້າງຊາດ ແລະ ອົງການພາຄີ ເພື່ອປຶກສາເປັນເອກະພາບໃນການແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ;

3.3 ໄດ້ນຳພາການເຄື່ອນໄຫວຕິດຕາມກວດກາຫົວຂໍ້ຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 35 ເທື່ອຄັ້ງ; ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາ ໂດຍຜ່ານການຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ລວມທັງໝົດ 921 ເລື່ອງ ແລະ ສາມາດຄົ້ນຄວ້າພິຈາລະນາ ໄດ້ຈໍານວນ 320 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 287 ຄັ້ງ; ຄົ້ນຄວ້າສັງລວມວຽກງານສາຍດ່ວນກອງປະຊຸມຂອງສະພາແຫ່ງຊາດ ໄດ້ຈໍານວນ 487 ຫົວຂໍ້ ແລະ ນໍາສົ່ງໃຫ້ກະຊວງ, ອົງການ, ຂະແໜງການ, ພາກສ່ວນກ່ຽວຂ້ອງ ຈໍານວນ 26 ພາກສ່ວນ ເພື່ອຄົ້ນຄວ້າແກ້ໄຂ.

  1. 4. ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ

4.1  ໄດ້ຊີ້ນໍາ-ນໍາພາ ການຈັດກອງປະຊຸມເຝິກອົບຮົມສໍາມະນາຫົວຂໍ້ຕ່າງໆ ໄດ້ຈຳນວນ 54 ຄັ້ງ. ໃນນີ້, ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 8 ຄັ້ງ; ຊີ້ນໍາ-ນໍາພາການສ້າງ ແລະ ປັບປຸງບັນດານິຕິກໍາໃຕ້ກົດໝາຍ ໄດ້ທັງໝົດຈຳນວນ 53 ສະບັບ.

4.2   ການປັບປຸງກົງຈັກ ສະພາແຫ່ງຊາດ, ປັບປຸງຂະແໜງວຽກງານ ຢູ່ບັນດາເຂດເລືອກຕັ້ງ ສຳເລັດໂດຍພື້ນຖານ.

  1. ດ້ານການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ
    • ໄດ້ເອົາໃຈໃສ່ຊີ້ນຳການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ເປັນຕົ້ນ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທືີ່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ມີການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໄດ້ທັງໝົດ 2.029 ຈຸດ, ລະດົມທຶນຊ່ວຍເຫຼືອປະຊາຊົນ ເປັນເງິນ-ວັດຖຸ ລວມມູນຄ່າທັງໝົດ 2 ຕື້ກວ່າກີບ;
    • ໄດ້ຊີ້ນຳການນໍາເອົາຮ່າງກົດໝາຍ ລົງໄປທາບທາມປະຊາຊົນ, ການຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ ທັງໝົດ 38 ສະບັບ; ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານອື່ນໆ;
    • ໄດ້ຊີ້ນຳການປະສານສົມທົບ ໃນການຄົ້ນຄວ້າປັບປຸງກົງຈັກເສນາທິການຂັ້ນຂະແໜງການຊ່ວຍວຽກ ສໍາເລັດພື້ນຖານ ແລະ ການສ້າງຕັ້ງໜ່ວຍງານຊ່ວຍວຽກ ປະຈໍາເຂດເລືອກຕັ້ງຢູ່ເມືອງ.
  1. 6. ດ້ານການເຄື່ອນໄຫວວຽກງານຕ່າງປະເທດ

ໄດ້ເຄື່ອນໄຫວວຽກງານການຕ່າງປະເທດຂອງຕົນ ສອດຄ່ອງຕາມແນວທາງການຕ່າງປະເທດຂອງພັກ ມີຜົນສຳເລັດເປັນຢ່າງດີ ເປັນຕົ້ນ ໄດ້ຄົ້ນຄວ້າລົງນາມບົດບັນທຶກການຮ່ວມມືກັບຕ່າງປະເທດ (MOU) 7 ສະບັບ; ເອົາໃຈໃສ່ພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຈຳນວນ 122 ເທື່ອຄັ້ງ; ຕ້ອນຮັບຄະນະຜູ້ແທນພາຍໃນ ແລະ ຕ່າງປະເທດ ຈໍານວນ 53 ຄະນະ.

 

  1. II. ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023
  2. ວຽກງານນິຕິບັນຍັດ
  • ກະກຽມບັນດາຮ່າງກົດໝາຍ ຈໍານວນ 25 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ ຈໍານວນ 9 ສະບັບ ແລະ ກົດໝາຍປັບປຸງ ຈໍານວນ 16 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 5 ແລະ ເທື່ອ 6 ຂອງສະພາແຫ່ງຊາດ ຊຸດທີ IX; ຊີ້ນໍາການປັບປຸງ ແລະ ຮຽບຮຽງບັນດາກົດໝາຍ ຈໍານວນ​ 12 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອສະເໜີຂໍການພິຈາລະນາປະກາດໃຊ້;
  • ຄົ້ນຄວ້າ ແລະ ປັບປຸງກົດໝາຍຂົງເຂດວຽກງານຂອງສະພາແຫ່ງຊາດ ລວມທັງນິຕິກໍາໃຕ້ກົດໝາຍ; ຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊຸກຍູ້ການຜັນຂະຫຍາຍເນື້ອໃນຂອງກົດໝາຍ ທີ່ສະພາແຫ່ງຊາດຮັບຮອງ ເພື່ອໃຫ້ກະຊວງ ແລະ ອົງການ ອອກເປັນນິຕິກໍາໃຕ້ກົດໝາຍ;
  • ຄົ້ນຄວ້າການຕີຄວາມໝາຍ ຫຼື ອະທິບາຍລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ, ການໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ແລະ ຄົ້້ນຄວ້າປະກອບຄໍາເຫັນໃສ່ຮ່າງລັດຖະບັນຍັດ, ດໍາລັດ ແລະ ເອກະສານຕ່າງໆ ຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ;
  • ສ້າງແຜນການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເພື່ອຊຸກຍູ້ກະຊວງ, ອົງການໃນການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມແຜນການດັ່ງກ່າວ.
  1. ວຽກງານຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ

ໃນປີ 2023 ຈະໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງເອົາເນື້ອໃນຕ່າງໆ ຜ່ານກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ດັ່ງນີ້:

  • ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5, ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX;

2.2 ດຳເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອຮັບປະກັນການພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ.

  1. ວຽກງານຕິດຕາມກວດກາ

ໃນປີ 2023 ຈະໄດ້ສຸມໃສ່ວຽກງານຕິດຕາມກວດກາຕົ້ນຕໍ ດັ່ງນີ້:

  • ຕິດຕາມກວດກາຢູ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ລວມທັງການຊັກຖາມ ແລະ ຊີ້ແຈງ ຕໍ່ບັນຫາພົ້ນເດັ່ນຂອງສັງຄົມ;
  • ຕິດຕາມກວດກາ ດ້ວຍການດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບພາກສ່ວນຕ່າງໆ;
  • ຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ແລະ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX;
  • ຕິດຕາມກວດກາໂຄງການລົງທຶນທີ່ມີຜົນກະທົບຕໍ່ສະພາບແວດລ້ອມ ແລະ ຊີວິດຂອງປະຊາຊົນຈໍານວນໜຶ່ງ; ການດໍາເນີນກອງປະຊຸມຄົບຄະນະ ປະຈໍາປີ 2023; ການແກ້ໄຂຄໍາສະເໜີຂອງປະຊາຊົນ ຕາມບົດລາຍງານອົງການແນວລາວສ້າງຊາດ ຢູ່ກອງປະຊຸມສະພາແຫ່ງຊາດ; ການຮັບ ແລະ ພິຈາລະນາຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ໃນໄລຍະດໍາເນີນກອງປະຊຸມສະພາແຫ່ງຊາດ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.
  1. ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ

ໃນປີ 2023 ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດຫົວຂໍ້ຕ່າງໆ ດັ່ງນີ້:

  • ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການພິຈາລະນາຮັບຮອງເອົາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ;
  • ສ້າງແຜນບໍາລຸງຍົກລະດັບໃຫ້ກໍາມະການຂອງແຕ່ລະກໍາມາທິການ ໄດ້ເຝິກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ; ສືບຕໍ່ຄົ້ນຄວ້າປັບປຸງກົງຈັກ ແລະ ບຸກຄະລາກອນພາຍໃນສະພາແຫ່ງຊາດ; ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ;
  1. 5. ວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ

1) ຊີ້ນໍາການເຄື່ອນໄຫວວຽກງານຕ່າງໆ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ; ການຕິດຕາມກວດກາ; ການສ້າງຄວາມເຂັ້ມແຂງ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕ່າງໆ ມີປະສິດທິພາບ, ປະສິດທິຜົນ; ກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 5 ແລະ ເທື່ອທີ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II, ກອງປະຊຸມຄົບຄະນະ ປະຈໍາປີ 2023 ກອງປະຊຸມປິ່ນອ້ອມອື່ນໆ;

2) ຊີ້ນຳການຄົ້ນຄວ້າປັບປຸງແບບແຜນວິທີເຮັດວຽກ ລະຫວ່າງກົງຈັກຂອງສະພາແຫ່ງຊາດ ກັບຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ; ການເກັບກຳຂໍ້ມູນສະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II; ເກັບກໍາຜົນງານການເຄື່ອນໄຫວວຽກງານຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເປັນຂໍ້ມູນຄົ້ນຄວ້າການຍ້ອງຍໍ.

  1. ວຽກງານການເຄື່ອນໄຫວຕ່າງປະເທດ

ໃນປີ 2023 ສະພາແຫ່ງຊາດ ຈະໄດ້ເຄື່ອນໄຫວວຽກງານຕ່າງປະເທດ ດັ່ງນີ້:

  • ເຄື່ອນໄຫວຢ້ຽມຢາມສັນຖະວະໄມຕີ ຢູ່ບັນດາປະເທດອ້ອມຂ້າງຈໍານວນໜຶ່ງ;
  • ເຂົ້າຮ່ວມການເຄື່ອນໄຫວ ແລະ ປະຕິບັດພັນທະຂອງສະພາແຫ່ງຊາດລາວ ຕໍ່ບັນດາອົງການຈັດຕັ້ງລັດຖະສະພາພາກພື້ນ ແລະ ສາກົນ ທີ່ສະພາແຫ່ງຊາດລາວ ເປັນພາຄີ;
  • ກະກຽມ ແລະ ເປັນເຈົ້າພາບຈັດກອງປະຊຸມສະພາແຫ່ງຊາດ ຂອງສາມປະເທດ ກໍາປູເຈຍ, ລາວ ແລະຫວຽດນາມ (CLV) ຢູ່ ສປປລາວ ແລະ ການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມໄອປາ ໃນປີ 2024.
  • ກະກຽມຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັນດາປະເທດຈໍານວນໜຶ່ງ ທີ່ເຄື່ອນໄຫວຢ້ຽມຢາມ ສປປລາວ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທຸຕານຸທູດ ປະຈໍາຢູ່ ສປປລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ແຂກຕ່າງປະເທດ;
  • ຄົ້ນຄວ້າໃຫ້ພະນັກງານວິຊາການໄປຖອດຖອນບົດຮຽນຢູ່ຕ່າງປະເທດ; ຈັດເຝິກອົບຮົມພາສາອັງກິດ ຕາມແຜນການສະໜອງທຶນຂອງບາງປະເທດ;
  • ສ້າງເງື່ອນໄຂໃຫ້ແກ່ຄະນະມິດຕະພາບລັດຖະສະພາຂອງສະພາແຫ່ງຊາດລາວ ເພື່ອເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບບັນດາລັດຖະສະພາຕ່າງປະເທດ;
  • ເພີ່ມທະວີການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນ.                                              

ອີກເທື່ອໜຶ່ງ ໃນນາມຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຂໍຂອບໃຈມາຍັງສື່ມວນຊົນຈາກສໍານັກຂ່າວຕ່າງໆ ໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມການດໍາເນີນກອງປະຊຸມສະພາແຫ່ງຊາດຢ່າງໃກ້ຊິດ ເພື່ອນໍາໄປເຜີຍແຜ່ໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ໄດ້ຮັບຊາບເຂົ້າໃຈຢ່າງກວ້າງຂວາງ, ຈະແຈ້ງ ແລະ ແທດຕົວຈິງ.

ອວຍພອນໃຫ້ບັນດາຜູ້ຕາງໜ້າສື່ມ່ວນຊົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດ ໃນໜ້າທີ່ການງານຕະຫຼອດປີໃໝ່ສາກົນທີ່ຈະມາເຖິງນີ້.