ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ໄດ້ສຳເລັດລົງຢ່າງເປັນທາງການໃນຕອນເຊົ້າວັນທີ 25 ທັນວາ 2025 ຢູ່ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ,ມີການນໍາຂອງແຂວງ,ອະດີດການນໍາຂອງແຂວງ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ, ການນໍາຂອງເມືອງ, ພະແນກການ,ອົງການລັດທຽບເທົ່າພະແນກຂັ້ນແຂວງ , ສອງກອງບັນຊາການຂອງແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ,ອົງການກວດສອບປະຈໍາພາກເໜືອ-2ແລະ ແຂກຖືກເຊີນ ເຂົ້້າຮ່ວມທັງໝົດ 180 ກວ່າທ່ານ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນພື້ນຖານຈໍານວນໜຶ່ງ ດັ່ງນີ້:ໄດ້ພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງຫ້ອງການຄະນະກໍາມະການສົ່ງເສິີມ ແລະ ຄຸ້ມຄອງການລົງທຶນແຂວງຫຼວງນໍ້າທາ; ໄດ້ພິຈາລະນາ, ຮັບຮອງເອົາບຸກຄະລາກອນຂອງແຂວງ ຈໍານວນ 6 ທ່ານ ຕາມການສະເໜີຂອງເຈົ້າແຂວງ ໄດ້ພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ ຂອງແຂວງຫຼວງນໍ້າທາ ຈໍານວນ 19 ຕາແສງ ຕາມການສະເໜີຂອງອົງການປົກຄອງແຂວງ; ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ແຜນວຽກຈຸດສຸມປະຈໍາປີ 2026 ຂອງແຂວງ; ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030), ແຜນວຽກຈຸດສຸມປະຈໍາປີ 2026 ແລະ ຜົນການກວດກາ ຕາມຜົນຂອງການກວດສອບ ປີ 2023; ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການກວດສອບປະຈໍາພາກເໜືອ-2 ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 3 ປີ (2023-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030), ແຜນວຽກຈຸດສຸມປະຈໍາປີ 2026 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງແຂວງຫຼວງນໍ້າທາ; ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030) ແລະ ແຜນວຽກຈຸດສຸມປະຈໍາປີ 2026 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ແລະ ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ທິດທາງແຜນການ 5 ປີ (2026-2030) ແລະ ແຜນວຽກຈຸດສຸມປະຈໍາປີ 2026 ຂອງສະພາປະຊາຊົນແຂວງ.
