
SaPha0712120099

SaPha0712120099
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດຳເນີນມາເປັນເວລາສອງວັນ. ດ້ວຍບັນຍາກາດແຫ່ງການເສີມຂະຫຍາຍສິດປະຊາທິປະໄຕໃນການປະກອບຄໍາຄິດຄຳເຫັນ, ຄຳຊັກຖາມ ແລະ ການຊີ້ແຈງ ຕໍ່ບັນດາວຽກງານຕ່າງໆ ທີ່ນໍາມາລາຍງານ ແລະ ພິຈາລະນາຮັບຮອງດ້ວຍຄວາມຮັບຜິດຊອບສູງຂອງອົງການການປົກຄອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 6 ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໄດ້ເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວ່າງໄວ້ເປັນຢ່າງດີ

SaPha0712120099
ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງແຂວງຫລວງພະບາງ ທີ່ເອົາໃສ່ໃຈຈັດຕັ້ງປະຕິບັດ ມະຕິ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໂດຍສະເພາະແມ່ນ ໄດ້ເອົາໃຈໃສ່ຈັດຕັ້ງແຜນພັດທະນາເສດຖະກິດ–ສັງຄົມ 6 ເດືອນຕົ້ນປີ ໃນຫລາຍຂົງເຂດວຽກງານບັນລຸຜົນສໍາເລັດໄດ້ຫຼາຍຄາດໝາຍ ເຊິ່ງໄດ້ເຮັດໃຫ້ ເສດຖະກິດຂອງແຂວງຂະຫຍາຍຕົວ ໃນລະດັບ 3,94%, ເທົ່າກັບ 64,59% ຂອງແຜນການປີ (ແຜນປີ 6,1%), ຄິດເປັນມູນຄ່າ 11.232 ຕື້ກີບ, ເທົ່າກັບ 58% ຂອງແຜນການປີ, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້23 ລ້ານກວ່າກີບ ເທົ່າກັບ 58,01% ຂອງແຜນການປີ; ດ້ານງົບປະມານ ສາມາດເກັບລາຍຮັບໄດ້ 85,82 % ຂອງແຜນການປີແລະ ດ້ານລາຍຈ່າຍປະຕິບັດໄດ້ 45,40% ຂອງແຜນການປີ; ສັງລວມແລ້ວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ 6 ເດືອນຕົ້ນປີ 2025 ມີຫຼາຍຄາດໝາຍ ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສໍາເລັດແຕ່ 20% ຂຶ້ນໄປ ແລະ ມີ 2 ຄາດໝາຍ ປະຕິບັດໄດ້ລື່ນແຜນຄື ການປູກເຂົ້ານາປີ ແລະ ເຂົ້າຊາແຊງ, ບັນຫາໜຶ່ງທີ່ສໍາຄັນແມ່ນສາມາດເຮັດໃຫ້ທົ່ວແຂວງຫລວງພະບາງ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ຢູ່ໃນເກນປົກກະຕິ; ຊົມເຊີຍຕໍ່ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ແກ້ໄຂຄໍາຮ້ອງທຸກ ຂອງປະຊາຊົນ ແລະ ການພິຈາລະນາແກ້ໄຂຄະດີຂອງປະຊາຊົນ ນອກນັ້ນ ກອງປະຊຸມຍັງໄດ້ ຊົມເຊີຍ ຕໍ່ຄະນະປະຈຳສະພາປະຊາຊົນແຂວງ ທີ່ສາມາດປະຕິບັດໜ້າທີ່ວຽກງານຂອງຕົນ ບັນລຸຜົນສຳເລັດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ານການສ້າງ ແລະ ປັບປຸງນິຕິກໍາຂອງແຂວງ ໃຫ້ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ, ການພິຈາລະນາຕົກລົງຮັບຮອງເອົາບັນຫາສໍາຄັນທີ່ເປັນພື້ນຖານຂອງແຂວງ, ການຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິ ກອງປະຊຸມສະພາແຫ່ງຊາດ, ມະຕິ ກອງປະຊຸມຂອງສະພາປະຊາຊົນແຂວງ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ ໄດ້ເປັນຢ່າງດີ;
ຜົນສຳເລັດ ຂອງກອງປະຊຸມໃນຄັ້ງນີ້, ເປັນການຊຸກຍູ້ ແລະຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ, ແຜນງົບປະມານຂອງແຂວງ ໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ຕິດຕາມກວດກາການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງແລະ ວຽກງານສະພາປະຊາຊົນແຂວງ ໃຫ້ໄດ້ຮັບຜົນການຈັດຕັ້ງປະຕິບັດ ແລະ ເຂົ້າສູ່ຊີວິດຕົວຈິງຫຼາຍຂຶ້ນ, ຜົນສຳເລັດດັ່ງກ່າວສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບດ້ານການເມືອງ ຂອງສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ສະມາຊິກສະພາປະຊາຊົນແຂວງ ແລະ ທຸກພາກສ່ວນ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງແຂວງປະຈໍາປີ2025 ໃຫ້ປະກົດຜົນເປັນຈິງ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນບັນດາເຜົ່າ ແລະ ພ້ອມດ້ຽວກັນນັ້ນ, ປະທານກອງປະຊຸມຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 6 ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ໃນແຕ່ລະເຂດເລືອກຕັ້ງ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການນໍາເອົາ ມະຕິ ຂອງກອງປະຊຸມໃນຄັ້ງນີ້ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ–ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ຢ່າງທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດຕົວຈິງ, ເພື່ອເຮັດໃຫ້ທຸກຂົງເຂດວຽກງານມີການຫັນປ່ຽນຢ່າງແຂງແຮງ ແລະ ພັດທະນາດີຂຶ້ນຕື່ມອີກກ້າວໜຶ່ງ.