ຜົນງານພົ້ນເດັ່ນຂອງສະພາແຫ່ງຊາດ ຊຸດທີ IX (2021-2025)

ທ.ວ. 15, 2025

ສະພາແຫ່ງຊາດ ຊຸດທີ IX ປະກອບມີສະມາຊິກສະພາແຫ່ງຊາດ ທັງໝົດ 164 ທ່ານ, ເພດຍິງ 36 ທ່ານ ກວມເອົາ 21.95%, ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເລືອກຕັ້ງເອົາທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເປັນປະທານສະພາແຫ່ງຊາດ ແລະ ປະກອບມີບັນດາທ່ານຮອງປະທານສະພາແຫ່ງຊາດ ຈໍານວນ 5 ທ່ານ, ຍິງ 1 ທ່ານ; ມີຄະນະປະຈຳສະພາແຫ່ງຊາດ 16 ທ່ານ, ຍິງ 4 ທ່ານ, ມີ 9 ກໍາມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ.

ພາຍໃຕ້ການນໍາພາ-ຊີ້ນໍາຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໃນຕະຫຼອດໄລຍະການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດພົ້ນເດັ່ນແຕ່ລະດ້ານ ດັ່ງນີ້:

– ການປະຕິບັດພາລະບົດບາດດ້ານນິຕິບັດຍັດ:
ສະພາແຫ່ງຊາດ ໄດ້ຮັບຮອງເອົາລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປັບປຸງປີ 2025 ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ ໃນນີ້໊, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເຊິ່ງກວມເອົາ 5 ຂົງເຂດວຽກງານ; ມາຮອດປັດຈຸບັນ ສປປລາວ ມີກົດໝາຍທີ່ປະກາດໃຊ້ແລ້ວ ທັງໝົດ 173 ສະບັບ. ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ໄດ້ທັງໝົດ 14 ເນື້ອໃນ, ອອກນິຕິກໍາໃຕ້ກົດໝາຍ ໄດ້ທັງໝົດ 80 ສະບັບ, ຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ໄດ້ຈຳນວນ 7 ສະບັບ.

– ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ:

​ ສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນຂອງສະພາແຫ່ງຊາດ ທັງໝົດ 12 ຄັ້ງ ເຊິ່ງໄດ້ພິຈາລະນາວຽກງານການເມືອງ-ການປົກຄອງ, ເສດຖະກິດ-ສັງຄົມ, ການຈັດຕັ້ງ ແລະ ບຸກຄະລາກອນ ລວມມີເນື້ອໃນທັງໝົດ 196 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຈໍານວນ 106 ສະບັບ ໃນນີ້, ວຽກງານລັດຖະບານ 54 ສະບັບ, ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ 18 ສະບັບ, ວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ 16 ສະບັບ, ວຽກງານສະພາແຫ່ງຊາດ 18 ສະບັບ; ພິເສດ, ສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ອອກເປັນນິຕິກຳຂອງລັດ. ພ້ອມດຽວກັນນັ້ນ, ໃນເວລາສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມ, ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຂອງຕົນ ທັງໝົດ 60 ຄັ້ງ ເຊິ່ງໄດ້ພິຈາລະນາເນື້ອໃນທັງໝົດ 768 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ ໄດ້ທັງໝົດ 519 ສະບັບ ໃນນີ້, ວຽກງານສະພາແຫ່ງຊາດ 70 ສະບັບ, ວຽກງານລັດຖະບານ 98 ສະບັບ, ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ 344 ສະບັບ, ວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງຊາດ 7 ສະບັບ.

– ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ:
ສະພາແຫ່ງຊາດ ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດໂຄງການລົງທຶນດ້ານການຂຸດຄົ້ນແຮ່ທາດ, ບັນຫາເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງ ແລະ ຫົວຂໍ້ອື່ນໆ ທັງໝົດ 172 ຄັ້ງ; ໄດ້ຕິດຕາມກວດກາຜ່ານການດໍາເນີນກອງປະຊຸມສະພາແຫ່ງຊາດ ຕໍ່ບັນຫາເຄັ່ງຮ້ອນຂອງສັງຄົມ ຈໍານວນ 490 ຄໍາຊັກຖາມ ເພື່ອມອບໃຫ້ບັນດາກະຊວງ-ອົງການ ແລະ ພາກສ່ວນຕ່າງໆ ຄົ້ນຄວ້າຫາວິທີການແກ້ໄຂ; ຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກໍາໃຕ້ກົດໝາຍ ຕາມກົດໝາຍປະກາດໃຊ້ ໄດ້ຈໍານວນ 46 ມາດຕາ, ກວມເອົາ 10 ກົດໝາຍ; ຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໄດ້ຈໍານວນ 19 ກົດໝາຍ ກວມເອົາກົດໝາຍຂົງເຂດເສດຖະກິດ-ການເງິນ, ຂົງເຂດຍຸຕິທໍາ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດສະພາແຫ່ງຊາດ. ນອກນັ້ນ, ສະພາແຫ່ງຊາດ ໄດ້ຮັບຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ ທັງໝົດ 1,700 ເລື່່ອງ ແລະ ສາມາດພິຈາລະນາແກ້ໄຂໄດ້ ຈໍານວນ 1,400 ເລື່ອງ ເທົ່າກັບ 82.35% ຂອງຈໍານວນຄໍາຮ້ອງທີ່ເຂົ້າມາໃນສະພາແຫ່ງຊາດ ຊຸດທີ IX; ນອກນັ້ນ, ຍັງໄດ້ຮັບຄໍາຮ້ອງ, ຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທີ່ສົ່ງມາໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ເຊິ່ງສັງລວມໄດ້ທັງໝົດ 2,708 ເລື່ອງ.

– ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ:

ສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນຂອງປະຊາຊົນ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຢ່າງຕັ້ງໜ້າເຂົ້າໃນວຽກງານສ້າງ ແລະ ປັບປຸງກົດໝາຍ, ສ້າງນິຕິກຳ ແລະ ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ບັນດານິຕິກຳໃຕ້ກົດໝາຍ ໄດ້ທັງໝົດ 19 ຄັ້ງ ເຊິ່ງມີຜູ້ເຂົ້າຮ່ວມ 7,375 ຄົນ. ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຢູ່ກອງປະຊຸມສະພາແຫ່ງຊາດ ໄດ້ທັງຈໍານວນ 5,039 ເທື່ອຄົນ; ໃຫ້ຄໍາປຶກສາ-ຄໍາແນະນໍາແກ່ພົນລະເມືອງ, ລົງພົບປະປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ ໄດ້ຈໍານວນ 8,444 ຈຸດ ເຊິ່ງມີຜູ້ເຂົ້າຮ່ວມ 839,567 ຄົນ. ນອກນັ້ນ, ຍັງໄດ້ລະດົມການຊ່ວຍເຫຼືອດ້ານງົບປະມານ ແລະ ວັດຖຸເຄື່ອງໃຊ້ຕ່າງໆ ໃຫ້ແກ່ປະຊາຊົນ ລວມມູນຄ່າທັງໝົດ 7,349,275,756 ກີບ.

– ການປະຕິບັດພາລະບົດບາດເຄື່ອນໄຫວການຕ່າງປະເທດ:
ສະພາແຫ່ງຊາດ ເອົາໃຈໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ທັງໝົດ 478 ຄັ້ງ ໃນນີ້, ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບລັດຖະສະພາຕ່າງປະເທດ ຈໍານວນ 54 ຄັ້ງ; ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ຂອງພາກພື້ນ ແລະ ສາກົນ ຈຳນວນ 124 ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ລວມທັງທູຕານຸທູດ, ອົງການຈັດຕັ້ງພາກພື້ນ-ສາກົນ ຈໍານວນ 264 ຄັ້ງ; ເຂົ້າຮ່ວມງານສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ-ສາກົນ ຈໍານວນ 28 ຄັ້ງ. ພ້ອມນັ້ນ, ສະພາແຫ່ງຊາດ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃນລະດັບພາກພື້ນ ຢູ່ ສປປລາວ ຈຳນວນ 8 ຄັ້ງ; ອັນພົ້ນເດັ່ນ ໄດ້ຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1; ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນ 2 ຄັ້ງ ຄື: ຄັ້ງທີ 11 ຈັດຂຶ້ນທີ່ແຂວງກວາງບິ່ງ ສສ.ຫວຽດນາມ ແລະ ຄັ້ງທີ 12 ທີ່ແຂວງອຸດົມໄຊ ສປປລາວ. ອັນພິເສດ, ສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງຜົນສໍາເລັດການສ້າງປຶ້ມສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຄົບຮອບ 50 ປີ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດຢ່າງສູງເຂົ້າຮ່ວມຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ນອກນັ້ນ, ກໍໄດ້ພົບປະ ແລະ ຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກສະພາສູງລັດເຊຍ, ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ປະເທດອື່ນໆ ເນື່ອງໃນໂອກາດເຂົ້າຮ່ວມງານສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ສັງລວມແລ້ວ, ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ຕະຫຼອດໄລຍະ 5 ປີຜ່ານມາ ແມ່ນໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ການສ້າງລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໄປຕາມທິດນໍາຂອງພັກ ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ວ່າ: “ການຄຸ້ມຄອງບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ”.