
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 12 ທັນວາ 2022, ທ່ານ ນາງ ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ, ຮອງປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ສຳພາດຕໍ່ກົມສື່ມ່ວນຊົນສະພາແຫ່ງຊາດ ວ່າ: ນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 3 ມາເຖີງປັດຈຸບັນ ເຫັນວ່າຄະນະສະມາຊິກສະພາແຫ່ງຊາດ ໄດ້ຕັ້ງໜ້າປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ເຊິ່ງສະ ແດງອອກໃຫ້ເຫັນໄດ້ຫຼາຍດ້ານຄື:

ດ້ານນິຕິບັນຍັດ: ເປັນເຈົ້າການປະສານສົມທົບກັບສະພາປະຊາຊົນແຂວງ ໃນການຈັດກອງປະຊຸມປະເມີນຜົນ ການປະຕິບັດກົດໝາຍ 02 ຄັ້ງ, ລວມມີ 8 ສະບັບ, ນອກນີ້, ຍັງໄດ້ຈັດກອງປະຊຸມທາບທາມບັນດາຮ່າງກົດໝາຍ ເພື່ອແລກປ່ຽນຄໍາຄິດຄໍາເຫັນ ຈາກຂະແໜງການທີ່ກ່ຽວຂ້ອງທີ່ສະພາແຫ່ງຊາດສົ່ງໃຫ້ກ່ອນຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 3-4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ທັງໝົດ 24 ສະບັບ; ຕິດພັນກັບບັນຫາຂ້າງເທີ່ງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຍັງເອົາໃຈໃສ່ເຂົ້າໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງນິຕິກໍາຂັ້ນແຂວງ ຈໍານວນ 6 ສະບັບ ໃນນີ້: ສ້າງໃໝ່ 4 ສະບັບ; ປັບປຸງ 2 ສະບັບ.








ຜ່ານການລົງເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊົນ ໄດ້ນໍາເອົາເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2-3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ລົງເຜີຍແຜ່ ໄດ້ທັງໝົດ 177 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງ 15.947 ຄົນ, ຍິງ 5.811 ຄົນ; ຕິດພັນກັບການລົງເຜີຍແຜ່ຍັງເປັນການຕິດຕາມກວດກາ, ຮັບຟັງຄໍາຄິດເຫັນ, ຄໍາສະເໜີ ຂອງປະຊາຊົນໄດ້ທັງໝົດ 848 ຄໍາສະເໜີ ຂົງເຂດເສດຖະກິດມີ 327 ຂໍ້, ຂົງເຂດວັດທະນະທຳ-ສັງຄົມ ມີ 143 ຂໍ້ ແລະ ຂົງເຂດຍຸຕິທໍາ ແລະ ປກຊ-ປກສ ມີ 19 ຂໍ້, ພົວພັນເຖິງຂັ້ນສູນກາງ ມີ 20 ຂໍ້, ຂັ້ນແຂວງ 113 ຂໍ້ ແລະ ຂັ້ນເມືອງ 715 ຂໍ້; ຄໍາສະເໜີຂອງປະຊາຊົນສ່ວນຫຼາຍ ແມ່ນຕິດພັນກັບການກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ການພັດທະນາອາຊີບເຊັ່ນ: ການສ້ອມແປງ ແລະ ການຍົກລະດັບເສັ້ນທາງ, ຊົນລະປະທານ, ນໍ້າລິນສະອາດ, ການສົ່ງເສີມການປູກ-ການລ້ຽງ, ການແກ້ໄຂ ແລະ ຄ່າຊົດເຊີຍຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນໃນຂອບເຂດຂອງໂຄງການຂຸດຄົ້ນແຮ່ທາດຕ່າງໆ.





ພາບ/ຂ່າວ: ແສງພອນ ອິນນະລົງ.