ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ:
ປີ 2025 ສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນ, ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ດັ່ງນີ້:
- ພິຈາລະນາ, ຮັບຮອງບັນດາວຽກງານສໍາຄັນຕ່າງໆ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9, ເທື່ອທີ 10 ແລະ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ລວມຈໍານວນ 3 ຄັ້ງ ເຊິ່ງສາມາດພິຈາລະນາເນື້ອໃນໄດ້ຈໍານວນ 26 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດ 26 ສະບັບ; ອັນພົ້ນເດັ່ນ, ໄດ້ພິຈາລະນາຮັບຮອງເອົາການປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປີ 2025, ກົດໝາຍຈໍານວນໜຶ່ງ, ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ນະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
– ພິຈາລະນາ, ຮັບຮອງບັນດາຫົວຂໍ້ເນື້ອໃນຢູ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝວິສາມັນຄະນະປະຈໍາສະພາແຫ່ງຊາດ 12 ຄັ້ງ ເຊິ່ງສາມາດພິຈາລະນາເນື້ອໃນໄດ້ຈໍານວນ 131 ຫົວຂໍ້ ແລະ ອອກເປັນມະຕິຂອງຄະນະປະຈໍາສະພາແຫ່ງຊາດ ຈໍານວນ 91 ສະບັບ.

