ການປະຕິບັດພາລະບົດບາດດ້ານນິຕິບັນຍັດ:
ປີ 2025 ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປັບປຸງປີ 2025 ແລະ ຮັບຮອງເອົາບັນດາກົດໝາຍ ທັງໝົດຈໍານວນ 10 ສະບັບ, ໃນນີ້:
– ກົດໝາຍສ້າງໃໝ່ 5 ສະບັບ ຄື: 1. ກົດໝາຍວ່າດ້ວຍການປູກຝັງ, 2. ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, 3. ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ, 4. ກົດໝາຍວ່າດ້ວຍສາມັນສຶກສາ, 5. ກົດໝາຍວ່າດ້ວຍສັງຄົມສົງເຄາະ;
– ກົດໝາຍປັບປຸງ 5 ສະບັບ ຄື: 1. ກົດໝາຍວ່າດ້ວຍປ້າຍ, 2. ກົດໝາຍວ່າດ້ວຍອາກອນລາຍໄດ້, 3. ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, 4. ກົດໝາຍວ່າດ້ວຍຊົນລະປະທານ, 5. ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ.
ສະພາແຫ່ງຊາດ ໄດ້ຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ຈໍານວນ 8 ສະບັບ ຄື: 1. ການຮ່ວມມືດ້ານເສດຖະກິດໃນພາກພື້ນ, 2. ຄວາມປອດໄພ ແລະ ສຸຂະພາບແຮງງານ, 3. ແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ, 4. ການປົກປ້ອງວັດສະດຸນິວເຄລຍທາງກາຍະພາບ, 5. ການກຳນົດຊາຍແດນປະເທດ ລະຫວ່າງ ສປປລາວ ແລະ ລາຊະອານາຈັກ ກຳປູເຈຍ, 6. ການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາແພ່ງ ລະຫວ່າງ ສປປລາວ ແລະ ສສ.ຫວຽດນາມ, 7. ການຮັບຮູ້ດ້ານມາດຕະຖານຜະລິດຕະພັນຍານພາຫະນະອາຊຽນ ແລະ 8. ອະນຸສັນຍາວ່າດ້ວຍອົງການແຮງງານສາກົນ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ໄດ້ຈໍານວນ 5 ບັນຫາ ຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດວາງອອກ. ນອກນັ້ນ, ຍັງໄດ້ໃຫ້ຄໍາປຶກສາ, ຄໍາແນະນໍາແກ່ພົນລະເມືອງ ແລະ ລົງພົບປະປະຊາຊົນ, ຜູ້ມີສິດເລືອກຕັ້ງ ເພື່ອເກັບກໍາ, ນໍາເອົາຄໍາຄິດເຫັນ, ຄໍາສະເໜີ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໄດ້ຈໍານວນ 1,557 ຈຸດ, ມີຜູ້ເຂົ້າຮ່ວມ 155,037 ຄົນ, ຍິງ 62,479 ຄົນ ແລະ ລະດົມການຊ່ວຍເຫຼືອດ້ານງົບປະມານ ແລະ ວັດຖຸເຄື່ອງໃຊ້ຕ່າງໆ ລວມເປັນມູນຄ່າທັງໝົດ 2,189,470,000 ກີບ;

