ການເຄື່ອນໄຫວວຽກງານການຕ່າງປະເທດ
ປີ 2023 ສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ ຈຳນວນ 8 ຄັ້ງ ເປັນຕົ້ນ ສປຈີນ, ມົງໂກລີ, ອິນໂດເນເຊຍ…; ຄະນະຜູ້ແທນຂອງສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນພາກພື້ນ ແລະ ສາກົນ ທັງໝົດຈໍານວນ 15 ຄັ້ງ ເຊັ່ນ: ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 44 ຢູ່ລາຊະອານາຈັກກໍາປູເຈຍ, ກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 147, ກອງປະຊຸມໃຫຍ່ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ຄັ້ງທີ 48 ແລະ ກອງປະຊຸມປິ່ນອ້ອມອື່ນໆ; ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ລວມທັງຄະນະມິດຕະພາບລັດຖະສະພາຈໍານວນໜຶ່ງ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຈຳນວນ 9 ຄະນະ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ເຂົ້າອວຍພອນ ຂອງບັນດາຄະນະຜູ້ແທນພາຍໃນ ແລະ ຕ່າງປະເທດ ລວມທັງທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາຢູ່ ສປປລາວ ຈໍານວນ 19 ຄະນະ ແລະ ຈັດກອງປະຊຸມພົບປະເຮັດວຽກສອງຝ່າຍກັບບັນດາລັດຖະສະພາປະເທດເພື່ອນມິດ 4 ຄະນະ. ນອກນັ້ນ, ຍັງໄດ້ກະກຽມ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໃນທ້າຍປີ 2023 ແລະ ເລີ່ມກະກຽມດ້ານຕ່າງໆໃຫ້ແກ່ການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຢູ່ ສປປລາວ.

