ການເຄື່ອນໄຫວວຽກງານການຕ່າງປະເທດ
ປີ 2022 ສະພາແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຕ່າງປະເທດ ທັງໝົດ 29 ຄັ້ງ. ໃນນີ້, ພົບປະແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຍຸດທະສາດ ຜ່ານກອງປະຊຸມທາງໄກ 4 ຄັ້ງ, ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ດ້ວຍຮູບແບບຕ່າງໆ 12 ຄັ້ງ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ເຂົ້າອວຍພອນຂອງບັນດາຄະນະຜູ້ແທນຈາກຕ່າງປະເທດ ລວມທັງທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳຢູ່ ສປປລາວ 13 ຄັ້ງ; ອັນພິເສດ, ຄະນະຜູ້ແທນຂັ້ນສູງ ນໍາໂດຍທ່ານປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນໍາໂດຍທ່ານປະທານສະພາແຫ່ງຊາດ ສສ.ຫວຽດນາມ ເຊິ່ງສອງຝ່າຍໄດ້ເຊັນບົດບັນທຶກຮ່ວມມືກັນ ໄລຍະ 5 ປີຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນໃຫ້ນັບມື້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.
ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງສະພາແຫ່ງຊາດ ຊຸດທີ IX
