ຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ຂອງສະພາແຫ່ງຊາດ ຊຸດທີ IX

ທ.ວ. 25, 2025

ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ:
​ ປີ 2021 ສະພາແຫ່ງຊາດ ໄດ້ເຄື່ອນໄຫວປະຕິບັດວຽກງານຕິດຕາມກວດກາ ຜ່ານການດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ, ສານປະຊາຊົນສູງສຸດ-ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ-ອົງການກວດກາແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເພື່ອພິຈາລະນາ ແລະ ປຶກສາຫາລືເປັນເອກະພາບຕໍ່ວຽກງານພົ້ນເດັ່ນຂອງສັງຄົມ ເປັນຕົ້ນ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການກະກຽມຮ່າງກົດໝາຍ ທີ່ຈະນໍາເຂົ້າກອງປະຊຸມສະພາແຫ່ງຊາດ, ການກໍານົດກົນໄກການປະສານງານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການດໍາເນີນຄະດີຕາມຂະບວນຍຸຕິທຳ, ການຕິດຕາມ-ຊຸກຍູ້ວຽກງານກວດສອບ-ກວດກາ ໃຫ້ມີປະສິດທິຜົນກວ່າເກົ່າ, ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຂອງສະມາຊິກສະພາແຫ່ງຊາດ.
ສະພາແຫ່ງຊາດ ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ທັງໝົດ 222 ເລື່ອງ ເຊິ່ງສາມາດຄົ້ນຄວ້າພິຈາລະນາແກ້ໄຂໄດ້ຈໍານວນ 190 ເລື່ອງ ເທົ່າກັບ 85.58% ຂອງຈໍານວນຄໍາຮ້ອງທັງໝົດ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແນະນໍາແກ່ປະຊາຊົນ ທັງໝົດ 434 ຄັ້ງ. ນອກນັ້ນ, ຍັງໄດ້ເຄື່ອນໄຫວຕິດຕາມກວດກາການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ຢູ່ 4 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຫົວພັນ ແລະ ແຂວງວຽງຈັນ.